ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-11 20:52:33    
ທ່ານ​ເວີນ​ເຈຍ​ປາວ​ກ່າວ​ເນັ້ນ​ວ່າ​ຄວນ​ເບິ່ງ​ການ​ຂະ​ຫຍາຍ​ຕົວ​ຂອງ​ການ​ພົວ​ພັນ​ທາງ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ຈາກ​ຜົນ​ປະ​ໂຫຍດ​ຍາວ​ໄກ​ຂອງ​ສອງ​ປະ​ເທດ​ແລະ​ຈາກ​ມຸມ​ທົ່ວ​ໂລກ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 11 ກໍລະກົດ ຢູ່​ທີ່​ປັກ​ກິ່ງ ​ໃນ​ເວລາ​ທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ພົບ​ປະ​ທ່ານ​ກູ​ເຕຍ​ເລັສ ລັດຖະ​ມົນຕີ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ພ້ອມ​ດ້ວຍ​ຄະນະ​ນັ້ນ ທ່ານ​ກ່າວ​ເນັ້ນ​ວ່າ,ຈີນ​ອາ​ເມ​ລິ​ກາ​ຄວນເບິ່ງ​ການ​ຂະຫຍາຍ​ຕົວ​ຂອງ​ການ​ພົວພັນ​ທາງ​ເສດຖະກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ຈາກ​ຜົນ​ປະ​ໂຫຍດຍາວ​ໄກ​ຂອງ​ສອງ​ປະ​ເທດ​ແລະ​ຈາກ​ມຸມ​ທົ່ວ​ໂລກ.

ທ່ານ​ເວີນ​ເຈຍ​ປາວ​ຍັງ​ກ່າວ​ເນັ້ນວ່າ,ຈີນ​ອາ​ເມ​ລິ​ກາ​ຄວນ​ໂຄລົບ​ແລະ​​ເບິ່ງ​ແຍງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ກັນ,ຜ່ານ​ຈາກ​ການ​ສົນທະນາ​ຢ່າງ​ສະ​ເໝີ​ພາບ​ແລະ​ການ​ປຶກສາ​ຫາລື​ດ້ວຍ​ໄມຕີ​ຈິດ,ຊຳລະ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ການ​ຮ່ວມ​ມື​ກັນຢ່າງ​ເໝາະ​ສົມ,ພ້ອມ​ກັນ​ພະຍາຍາມ​ເພື່ອ​ຂະ​ຫຍາຍ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ສະດວກ.

ທ່ານ​ເວີນ​ເຈຍ​ປາວ​ຍັງໄດ້​ຢືນ​ຢັນ​ຢ່າງ​ເຕັມ​ສ່ວນ​ເຖິງ​ບົດບາດ​ສຳຄັນ​ຂອງ​ຄະນະ​ກຳມະການ​ຮ່ວມ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ທາງ​ເສດຖະກິດ​ການ​ຄ້າ​ຂອງ​ສອງ​ປະ​ເທດ.

ທ່ານ​ກູ​ເຕຍ​ເລ​ສ​ເວົ້າວ່າ,ການ​ກະທຳ​ຂອງ​ອາ​ເມ​ລິ​ກາ​ແລະ​ຈີນ​ທີ່ຜ່ານ​ຈາກ​ການ​ສົນທະນາກັນ​​​ແລະ​​ເຮັດ​ໃຫ້​ຄວາມ​ເຫັນ​ຂັດ​ກັນ​ໜ້ອຍ​ລົງ​ດ້ວຍ​ເຈຕະນາ​ດີ,ສາມາດ​ກາຍ​ເປັນ​ເບົ້າ​ແບບ​ຂອງ​ທົ່ວ​ໂລກ. ທ່ານ​ເຫັນ​ວ່າ,ການ​ເຈລະຈາ​ຂອງ​ຄະນະ​ກຳມະການ​ຮ່ວມ​ມື້​ນີ້​ດີ​ຫຼາຍ,ສອງ​ຝ່າຍ​ໄດ້​ແລກປ່ຽນ​ກັນ​ຢ່າງ​ຈິງ​ໃຈ​ແລະ​ກົງ​ໄປ​ກົງ​ມາ​ທີ່​ສຸດ.