ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-12 17:24:47    
ໄຂ່​ມຸກ​ແດນ​ຫິມະ ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ຕິ​ເບດ​ຈີນ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ຮົງ​ກົງ​​ໄດ້​ກຽມ​ພ້ອມ​ແລ້ວ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວຽກ​ງານ​ກະກຽມ​ທຸກ​ລາຍ​ຂອງ​ການ​ເຄື່ອນ​ໄຫວ"ໄຂ​ມຸກ​ແດນ​ຫິມະ ສັບປະດາ​ວັດທະນະທຳ​ຕິ​ເບດຈີນ"ທີ່​ຈະ​ຈັດ​ຂຶ້ນຢູ່​ຮົງ​ກົງ​ແຕ່​ວັນ​ທີ 15 ຮອດ​ວັນ​ທີ 21 ກໍລະກົດ​ນັ້ນ​ໄດ້​ກຽມ​ເສັດ​ສັບ​ແລ້ວ.

ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ແມ່ນການ​ເຄື່ອນ​ໄຫວ​ວັດທະນະທຳ​ຕິ​ເບ​ດ​ແບບ​ສັງ​ລວມ​ຂະໜາດ​ໃຫຍ່​ທີ່​ຮົງ​ກົງ​ຈັດ​ຂຶ້ນຄັ້ງທຳ​ອິດ,​ແລະກໍ​ແມ່ນ​ໜຶ່ງ​ໃນການ​ເຄື່ອນ​ໄຫວຕ່າງໆ​ຂອງ​ລັດຖະບານ​ກາງ​ເພື່ອ​ສະຫຼອງ​ວັນ​ສ້າງຕັ້ງ​ເຂດ​ຕິ​ເບດ​ປົກຄອງ​ຕົນ​ເອງ​ຄົບຮອບ​ 40 ປີ.

ການ​ເຄື່ອນ​ໄຫວ"ໄຂ່​ມຸກ​ແດນ​ຫິມະ ສັບປະດາ​ວັດທະນະທຳ​ຕິ​ເບດຈີນ"ຈະ​ວາງສະ​ແດງ​ຮູບ​ພາບ​ແລະ​ວັດຖຸບູຮານ​ຢ່າງ​ຫຼວງຫຼາຍ​ພ້ອມ​ດ້ວຍ​ສະພາບ​ດຳລົງ​ຊີວິດ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຊົນ​ເຜົ່າ​ຕິ​ເບດ ​ແລະ​ການຖ່າຍ​ທຳ​ທາງ​ໂທລະພາບ,ສະ​ແດງ​ໃຫ້​ເຫັນ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ,ວິວ​ວັດທະ​ນທຳ​ທີ່​ອຸດົມ​ສົມບູນ​ຂອງ​ຕິ​ເບ​ດ​ແລະ​ການ​ປ່ຽນ​ແປງ​ດ້ານ​ປະຫວັດສາດ​ຂອງ​ສັງຄົມ​ຕິ​ເບດ.