ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-14 21:19:40    
ລັດ​ຖະ​ບານ​ຈີນ​ກັບ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ລົບ​ຈະ​ພ້ອມ​ກັນ​ຮັບ​ປະ​ກັນ​ໃຫ້​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ຈີນ​ເອີ​ລົບ​ຄັ້ງ​ທີ 8 ​ໄດ້​ຮັບ​ໝາກ​ຜົນ​ທາດ​ແທ້

cri Author: ສຣ
ຕາມ​ຂ່າວ CRI: ວັນ​ທີ 14 ກໍລະກົດ ຢູ່​ທີ່​ປັກ​ກິ່ງ ທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດຖະມົນຕີຈີນ​ໄດ້​ຈັດ​ການ​ເຈລະຈາ​ກັບ​ທ່ານ​ບາ​ໂລ​ໂຊ ປະທານ​ຄະນະ​ກຳມາ​ທິການ​ສະຫະພາບ​ເອີ​ລົບ,ສອງ​ຝ່າຍ​ລ້ວນ​ແຕ່​ກ່າວ​ວ່າ,ຍິນ​ດີ​ປະຕິບັດ​ຕໍ່​ແລະ​ຊຸກ​ຍູ້​ການ​ພົວພັນ​ຈີນ​ເອີ​ລົບ​ຈາກ​ຄວາມ​ສູງ​ຍຸດ​ທະ​ສາດ,​ຕັ້ງໜ້າ​ກະກຽມ​ແລະ​ຮັບປະກັນ​ໃຫ້ການ​ພົບ​ປະລະ​ຫວ່າງ​ຜູ້ນຳ​ຈີນ​ເອີ​ລົບ​ຄັ້ງທີ 8 ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້​ໄດ້​ຮັບ​ໝາກຜົນ​ທາດ​ແທ້.

ທ່ານ​ເວີນ​ເຈຍ​ປາວ​ເຫັນ​ວ່າ,ຈີນ​ເອີ​ລົບ​ຄວນ​ຂ້ຽວ​ເລັ່ງ​ຊອກ​ຫາ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ຈະ​ປຶກສາ​ຫາລື​ເຊັນ​ສັນຍາ​ຮ່ວມ​ມື​ຄູ່​ຂາ​ຈີນ​​ເອີ​ລົບ,​ແລະ​ສ້າງ​ກົນ​ໄກ​ສົນ​ທະນາ​ຍຸດ​ທະ​ສາດ.

ທ່ານ​ບາ​ໂລ​ໂຊ​ເວົ້າວ່າ,ສະຫະພາບ​ເອີ​ລົບ​ຖື​ຈີນ​ເປັນ​ຄູ່​ຂາ​ຍຸດ​ທະ​ສາດ​ທີ່​ສຳຄັນ​ໂດຍ​ຕະຫຼອດ. ຝ່າຍ​ເອີ​ລົບ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ຝ່າຍ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ພະລັງງານ,ວິທະຍາສາດ​ເຕັກນິກ​ແລະ​ການບິນ​ພົນລະ​ເຮືອນ​ເປັນຕົ້ນ. ທ່ານ​ກ່າວ​ເນັ້ນວ່າ,​ສະຫະພາບ​ເອີ​ລົບ​ຈະ​ສືບ​ຕໍ່​ຍຶດໝັ້ນ​ນະ​ໂຍບາຍ​ຈີນ​ດຽວ.