|
![](/images/spacer.gif) |
(GMT+08:00)
2005-07-15 20:20:34
|
![](/images/shim.gif) |
ຈີນຍິນດີຊຸກຍູ້ການພົວພັນຄູ່ຂາຍຸດທະສາດຮອບດ້ານຈີນເອີລົບໃຫ້ຂະຫຍາຍໄປສູ່ໄລຍະພັດທະນາໃໝ່
cri
Author: li
ຕາມຂ່າວ CRI: ວັນທີ 15 ກໍລະກົດ ຢູ່ທີ່ປັກກິ່ງ ໃນເວລາທ່ານຫູຈິນທາວ ປະທານປະເທດຈີນພົບປະທ່ານບາໂລໂຊ ປະທານຄະນະກຳມາທິການສະຫະພາບເອີລົບນັ້ນ ທ່ານກ່າວວ່າ,ຈີນຍິນດີໃຫ້ສະຫະພາບເອີລົບທີ່ເຂັ້ມແຂງ,ຈະເລີນຮຸ່ງເຮືອງແລະສາມັກຄີກັນ,ຍິນດີຊຸກຍູ້ການພົວພັນຄູ່ຂາຍຸດທະສາດຮອບດ້ານຈີນເອີລົບໃຫ້ຂະຫຍາຍໄປສູ່ໄລຍະພັດທະນາໃໝ່.
ທ່ານຫູຈິນທາວກ່າວວ່າ,ຝ່າຍຈີນຊົມເຊີຍສະຫະພາບເອີລົບຍຶດໝັ້ນນະໂຍບາຍຈີນດຽວໃນບັນຫາໄຕ້ຫວັນ,ຍິນດີເພີ່ມທະວີການປະສານງານແລະຮ່ວມມືກັນກັບສະຫະພາບເອີລົບໃນວຽກງານລະຫວ່າງຊາດຕື່ມອີກ.
ທ່ານບາໂລໂຊກ່າວວ່າ,ການພົວພັນຮ່ວມມືກັນລະຫວ່າງເອີລົບກັບຈີນແມ່ນຍາວນານແລະມີຄວາມໝາຍຍຸດທະສາດ. ຝ່າຍເອີລົບມີຄວາມເຫັນຢ່າງເດັດດ່ຽວວ່າ,ຄວາມຈະເລີນຮຸ່ງເຮືອງແລະເຂັ້ມແຂງຂອງຈີນສອດຄ່ອງກັບຜົນປະໂຫຍດຂອງຝ່າຍເອີລົບແລະບັນດາປະເທດໃນໂລກ. ທ່ານກ່າວລື້ມວ່າ,ສະຫະພາບເອີລົບຈະເຮັດຄືແຕ່ເກົາເມືອຫຼັງປະຕິບັດນະໂຍບາຍຈີນດຽວ.
|
|
|