
ຕາມຂ່າວສານຊີນຮວາ: ໜັງສືພິມເວີນຮຸ້ຍປ້າວຮົງກົງສະບັບວັນທີ 16 ກໍລະກົດໄດ້ພິມບົດວິຈານເນື່ອງໃນໂອກາດ"ສັບປະດາວັດທະນະທຳຕິເບດຈີນ--ໄຂ່ມຸກເຂດຫິມະ"ທີ່ຫາກໍເປີດສາກນັ້ນວ່າ, ນີ້ແມ່ນເລື່ອງໃຫຍ່ແລກປ່ຽນວັດທະນະທຳລະຫວ່າງສອງເຂດ, ມັນບໍ່ພຽງແຕ່ໄດ້ສ້າງໂອກາດໃຫ້ຊາວຮົງກົງສຳຜັດສະເໜວັດທະນະທຳເຂດຕິເບດທໍ່ນັ້ນ, ຫາກຍັງໄດ້ສ້າງໂອກາດເອື້ອອຳນວຍເທື່ອໜຶ່ງໃຫ້ແກ່ວັດທະນະທຳເຂດຕິເບດອວ່າຍໜ້າໄປສູ່ໂລກ.
 ທ່ານຕົງຈ້ຽນຮວາເປັນຕົ້ນຕັດແຖບຜ້າໃນພິທີໄຂງານ
 ນັກຮຽນຮົງກົງທີ່ນຸ່ງຊຸດເຂດຕິເບດໃນພິທີໄຂງານ ສັບປະດາວັດທະນະທຳເຂດຕິເບດທີ່ເປີດສາກໃນວັນທີ 15 ກໍລະກົດ, ໄດ້ສາງສະແດງຮູບພາບ ວັດຖຸບູຮານຫລວງຫລາຍ ຈັດສະຖານທີ່ ຈຳຣອງແລະສາຍໂທລະພາບສ່ອງແສງສະພາບຊີວິດການເປັນຢູ່ເຜົ່າຕິເບດອັນເຂັ້ມຂຸ້ນ, ອັນໄດ້ສະແດງໃຫ້ເຫັນທິວທັດທຳມະຊາດທີ່ສວຍງາມອັດສະຈັນ ວັດທະນະທຳທີ່ມີຫລາຍສີຫລາຍສັນຂອງເຂດຕິເບດ, ແລະການປ່ຽນແປງທາງປະຫວັດສາດຂອງສັງຄົມຕິເບດ.
 ເຄື່ອງພິທີກຳໃນງານວາງສະແດງ
1 2
|