ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-17 16:34:21    
ທ່ານ​ມາ​ຢິງຈີວຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ພັກ​ກົກ​ມິນ​ຕັງ​ຈີນ​ຊຸດ​ໃໝ່ ທ່ານ​ຫູ​ຈິນ​ທາວ​ຝາກ​ໂທລະ​ເລກ​ອວຍ​ພອນ

cri Author: da


ຕາມ​ຂ່າວສານ​ຊິນ​ຮວາ: ສື່​ມວນ​ຊົນ​ໄຕ້​ຫວັນ​ລາຍ​ງານ​ວ່າ,ສູນ​ກາງ​ພັກ​ກົກ​ມິນ​ຕັງ​ໄດ້​ຈັດ​ງານ​ຊຸມນຸມ​ນັກ​ຂ່າວ​ໃນຕອນ​ຄ່ຳວັນ​ທີ 16 ກໍລະກົດ​ໂດຍ​ປະກາດ​ວ່າ,​ໃນ​ການ​ເລືອກ​ຕັ້ງປະທານ​ພັກ​ກົກ​ມິນ​ຕັງ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​ມາ​ຢິງ​ເຈ​ວ ຮອງ​ປະທານ​ພັກ​ກົກ​ມິນ​ຕັງ​ຊຸດ​ປະຈຸ​ບັນ​ໄດ້​ຖືກ​ເລືອກ​ຕັ້ງ​ເປັນ​ປະທານ​ພັກ​ກົກ​ມິນ​ຕັງ​ຊຸດ​ໃໝ່ ພາຍຫຼັງ​ໄດ້ເອົາ​ຊະນະ​ທ່ານ​ວັງ​ຈິນພິງ ຮອງ​ປະທານ​ຊຸດ​ປະຈຸ​ບັນ​ອີກ​ຜູ້​ໜຶ່ງ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ.


ວັນ​ທີ 17 ກໍລະກົດ,ທ່ານ​ຫູ​ຈີນ​ທາວ ​ເລຂາທິການ​ໃຫຍ່​​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຝາກ​ໂທລະ​ເລກ​​ໄປ​ຍັງ​ທ່ານ​ມາ​ຢິງ​ຈີວ,ອວຍພອນ​ທ່ານ​ມາ​ຢິງ​ຈີວ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ພັກ​ກົກ​ມິນ​ຕັງ​ຈີນ,ທ່ານ​ຍັງ​ຫວັງ​ຢ່າງ​ຈິງອົກ​ຈິງ​ໃຈ​​ໃຫ້​ພັກ​ກົກ​ມິນ​ຕັງ​ຈີນ​ກັບ​ພັກ​ກອມ​ມູນິດ​ຈີນ​ພ້ອມ​ກັບ​ພີ່​ນ້ອງ​ຮ່ວມ​ຊາດ​​ສອງ​ຝັ່ງ,ສືບ​ຕໍ່​ພະຍາຍາມ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຂະຫຍາຍຕົວ​ໂດຍສັນຕິຢ່າງ​ໜັກ​ແໜ້ນ,ພ້ອມ​ກັນ​ສ້າງ​ອະນາຄົດ​ອັນ​ດີງາມ​ຂອງ​ປະຊາ​ຊາດ​ຈີນ.