ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Sunday    Apr 27th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-18 13:42:05    
ທ່ານ​ເຈິ​ນຕຶກ​ເລືອ​ງ​ເດີນ​ທາງ​ມາ​ຮອດ​ປັກ​ກິ່ງ​ເລີ່​ມຢ້ຽມ​ຢາມ​ຈີນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ​ໂດ​ຍຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີ​ນ,ຕອນ​ເຊົ້າວັນ​ທີ 18 ກໍລະກົດ ທ່ານ​ເຈິ​ນຕຶກ​​ເລືອ​ງ ປະທານ​ສ.ສ.ຫວຽດນາມ​ເດີນທາງ​ມາ​ຮອດ​ປັກ​ກິ່ງ,​ເລີ່​ມຢ້ຽມຢາມ​ຈີນ​ທາງ​ລັດຖະກິດ​ເປັນ​ເວລາ 5 ມື້.

​ໃນ​ໄລຍະ​ຢ້ຽມຢາມ,ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ,ທ່ານ​ອູ​ປາງ​ໂກ ປະທານ​ຄະນະ​ປະ​ຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ,ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີ​ແລະ​ທ່ານ​ເຈຍ​ຊິງ​ລິນ ປະທານ​ສະພາ​ປຶກສາ​ກາ​ນ​ເມືອງ​ແຫ່ງ​ຊາດ​ຈີນ​ເປັນຕົ້ນຈະ​ພົບ​ປະ​ໂອ້​ລົມ​ກັບ​ທ່ານ​ເຈິ​ນຕຶກ​ເລືອ​ງ.ສອງ​ຝ່າຍ​ຈະ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຂະຫຍາຍ​ການພົວພັນ​ລະຫວ່າງ​ຈີນ​ຫວຽດນາມລົງ​ສູ່​ລວງ​ເລິກ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ນຳ​ກັນ,ຍັງ​ຈະ​ເຊັນ​ເອກະສານ​ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ຫຼາຍ​ສະບັບ.ນອກ​ຈາກ​ຢູ່​ປັກ​ກິ່ງ,ທ່ານ​ເຈິ​ນຕຶກ​ເລືອ​ງຍັງ​ຈະ​ໄປ​ຢ້ຽມຢາມ​ເມືອງ​ກວາງ​ໂຈ​ວ ​ເມືອງ​ເຊິ​ນ​ເຈີ​ນ​ແລະ​​ເມືອງ​ນານ​ນິງ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040