ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-18 13:58:17    
ນັກ​ສຶກສາທີ່​ຮຽນ​ຈົບຈາກ​ໂຮງຮຽນ​ຊັ້ນສູງ 8600 ກວ່າ​ຄົນ​ຖືກ​ເລືອກ​​ເປັນ​ຜູ້​ອາສາ​ສະໝັກຮັບ​ໃຊ້​ພາກ​ຕາ​ເວັນ​ຕົກປີ 2005

cri Author: mo
ຕາມ​ຂ່າວ​ຈາກໜັງສືພິມ"​ເຢິນມິນ​ຢື້​ປ້າວ": ວັນ​ທີ 17 ກໍລະກົດ, ນັກ​ຂ່າວ​ໄດ້​ຊາບ​ຈາກ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ວ່າ, ວຽກ​ງານ​ຄັດ​ເອົາ​​ນັກ​ສຶກສາ​ອາສາ​ສະໝັກ​ບໍລິການ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນປີ 2005 ​ໄດ້​ສິ້ນ​ສຸດ​ລົງ​ໃນ​ຫວ່າງ​ມໍ່ໆ​ນີ້, ນັກ​ສຶກສາ​ທີ່ຮຽນ​ຈົບ​ 8600 ກວ່າ​ຄົນ​ຖືກ​ຮັບ​ເອົາ. ​ເມື່ອບວກ​ກັບ​ຜູ້​ອາສາ​ສະໝັກ​ບໍລິການ 2 ປີຂອງ​ປີ 2004​ແລ້ວ, ຍອດ​ຈຳນວນ​ນັກ​ສຶກສາ​ທີ່​ສຳ​ເລັດ​ການ​ຮຽນ​ແລ້ວ​ອາສາ​ສະໝັກ​ບໍລິການພາກ​ຕາ​ເວັນ​ຕົກຈະ​ຫລາຍ​ເຖິງ 11 ພັນ 300 ຄົນ.

ຜູ້​ອາສາ​ສະໝັກ​ຂອງ​ປີ​ນີ້​ຈະ​ເຂົ້າຮ່ວມ​ການ​ອົບ​ຮົບ​ຢ່າງ​ໂຮ​ມສູນ​ໃນ​ທ້າຍ​ເດືອນ​ກໍລະກົດ, ​ແລ້ວ​ໄປ​ເມືອງ​ທຸກ​ຍາກ 300 ກວ່າ​​ເມືອງ​ຢູ່​ພາກ​ຕາ​ເວັນ​ຕົກ​ຈີນ, ​ເຮັດ​ວຽກ​ອາສາ​ສະໝັກ 1 ຫາ 2 ປີ​ໃນ​ດ້ານ​ສຶກສາ ​ແພດ ​ແລະ​ກຳ​ສິກຳ​ເປັນຕົ້ນ.