|
 |
(GMT+08:00)
2005-07-19 14:03:46
|
 |
ຈີນອາຊຽນຈະຫຼຸດພາສີໃຫ້ກັນ
cri
Author: da
ຕາມໜັງສືພິມເຈຍຟ້າງຢື້ປ້າວສະບັບວັນທີ 19 ລາຍງານວ່າ: ຫວ່າງມໍ່ໆນີ້ ຢູ່ຊຽງໄຮ້,ທ່ານນາງມາອີ່ງ ພະນັກງານຄົ້ນຄວ້າຂອງສະຖາບັນຄົ້ນຄວ້າບັນຫາສາກົນຊຽງໄຮ້ເວົ້າວ່າ,ຄຽງຄູ່ກັບຈີນແລະປະເທດອາຊີອາຄະເນຕ່າງຫຼຸດພາສີໃຫ້ກັນ,ແຕ່ນີ້ໄປ ເຂດການຄ້າເສລີຈີນອາຊຽນຈະຢ່ວງບາດກ້າວທີ່ເປັນໜ້າຊົມຊື່ນໄປສູ່ການບັນລຸຜົນເປັນຈິງໃນຂັ້ນສຸດທ້າຍ.
ໃນເວລາຕ້ອນຮັບການສຳພາດຂອງນັກຂ່າວ ທ່ານນາງມາອີ່ງເວົ້າວ່າ,ເລີ່ມແຕ່ວັນທີ 20 ກໍລະກົດນີ້ເປັນຕົ້ນໄປ,ຈີນອາຊຽນຈະເລີ່ມຫຼຸດພາສີໃຫ້ຜະລິດຕະພັນ 7 ພັນກວ່າຊະນິດທີ່ຜະລິດຢູ່ປະເທດຝ່າຍກົງກັນຂ້າມ,ແລະສົ່ງສິນຄ້າຜ່ານດ່ານຂອງມັນດ້ວຍອັດຕາພາສີຂອງເຂດການຄ້າເສລີ.
ຕາມຮູ້ວ່າ,ປະຈຸບັນ ອາຊຽນແມ່ນຄູ່ຂາການຄ້າໃຫຍ່ທີ 4 ຂອງຈີນ,ພຽງຖັດຈາກຍີ່ປຸ່ນ ອາເມລິກາແລະສະຫະພາບເອີລົບ.ຕາມການຄາດຄະເນຈາກການສຳຫຼວດ,ພາຍຫຼັງສ້າງຕັ້ງເຂດການຄ້າເສລີຈີນອາຊຽນສຳເລັດແລ້ວ,ຍອດມູນຄ່າສິນຄ້າຂອງອາຊຽນທີ່ສົ່ງຂາຍໃຫ້ຈີນຈະເພີ່ມຂຶ້ນ 48%, GDP ຂອງອາຊຽນກໍຈະເພີ່ມຂຶ້ນ 0,9%. ພ້ອມກັນນັ້ນ ຈີນກໍຈະໄດ້ຜົນປະໂຫຍດ,ຄາດຄະເນວ່າຈະເຮັດໃຫ້ GDP ຂອງຈີນເພີ່ມຂຶ້ນ 0,3%.
|
|
|