ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-19 14:48:40    
ວິ​ສາ​ຫະກິດ​ຈີນ​ຫວຽດ​ນາມ​ເຊັນ​ສັນຍາ​ຮ່ວມ​ມື​ທີ່​ມີ​ມູນ​ຄ່າລື່ນ​ກາຍ​ໜຶ່ງ​ຕື້​ໂດ​ລາ

cri Author: da
ຕາມ​ຂ່າວ​ສານ​ຊິນ​ຮວາ: ​​ເທິງ​ເວທີ​ປາ​ໄສ​ນັກ​ທຸລະກິດ​ຈີນ​ຫວຽດ​ນາມ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນວັນ​ທີ 19 ກໍລະ​ກົດ, 30 ກວ່າ​ບໍລິສັດ​ຂອງ​ຈີນ​ແລະ​ຫວຽດ​ນາມ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ທີ່​ມີ​ມູນ​ຄ່າລື່ນ​ກາຍ​ໜຶ່ງຕື້​ໂດ​ລາສະ​ຫະລັດ​ໃນ​ຂົງ​ເຂດ​ກົນ​ຈັກ​ແລະ​ເຄື່ອງ​ໄຟຟ້າ ທ່ອງ​ທ່ຽວ ຢຸກຢາ​​ແລະ​ການ​ສື່ສານ​ເປັນ​ຕົ້ນ.

ທ່ານ​ຫງຽນ​ຕັນ​ຢຸງ ຮອງ​ນາຍົກ​ລັດຖະ​ມົນຕີ​ຫວຽດ​ນາມ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ລົງ​ນາມ​ໂດຍ​ເວົ້າ​ວ່າ,​ສອງ​ປະ​ເທດ​ໄດ້ຮ່ວມ​ມື​ກັນ​ຢ່າງ​ຮອບ​ດ້ານ​ໃນ​ຂົ​ງ​ເຂດ​ການ​ເມືອງ ​ເສດ​ຖະກິດ ການ​ຄ້າ ການ​ຕ່າງປະ​ເທດ ການປ້ອງ​ກັນ​ປະ​ເທດ​ແລະ​ວັດທະ​ນະທຳ​ເປັນ​ຕົ້ນ,ນີ້​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ໃຫ້ປະ​ຊາຊົນ​ສອງ​ຊາດ.

ຕາມ​ຕົວ​ເລກ​ສະ​ຖິຕິ​ຂອງ​ຝ່າຍ​ຈີນ,ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ຫວຽດ​ນາມ​ໃນ​ປີ 2004 ​ໄດ້​ບັນລຸ 6 ຕື້ 740 ລ້ານ​ໂດ​ລາ​ສະຫະ​ລັດ.

ທ່ານ​ຫງຽນ​ຕັນ​ຢຸງ​ເວົ້າ​ວ່າ,ຈີນ​ໄດ້​ກາຍ​ເປັນ​ຄູ່​ຂາ​ການ​ຄ້າ​ໃຫຍ່​ກວ່າ​ໝູ່​ຂອງ​ຫວຽດ​ນາມ.​ຜະລິດ​ຕະພັນ ​ເຄື່ອງ​ບໍລິ​ໂພກ​ແລະ​ໂຄງ​ການ​ລົງ​ທຶນ​ຂອງ​ຈີນ​​ໄດ້​ກວມ​ຕະຫຼາດ​ສ່ວນ​ໜຶ່ງ​ຂອງ​ຫວຽດ​ນາມ.​ທ່ານ​ເວົ້າ​ວ່າ,​ລັດຖະ​ບານ​ຫວຽດ​ນາມ​ຈະ​ສືບ​ຕໍ່​ສ້າງ​ສະພາບ​ແວດ​ລ້ອມ​ທາງ​ການ​ລົງ​ທຶນ​ແລະ​ການ​ຄ້າ​ທີ່​ດີກ​ວ່າ​ເກົ່າ​ແກ່​ຜູ້​ລົງທຶນ​ແລະ​ພໍ່ຄ້າ​ຂອງ​ຈີນ​,ຊົມ​ເຊີຍ​ວິ​ສາ​ຫະກິດ​ຈີນ​ໄປ​ລົງທຶນ​ຢູ່​ຫວຽດ​ນາມ​ຫຼາຍ​ກວ່າ​ເກົ່າ.