ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-20 15:10:38    
ທ່ານ​ເຈຍ​ຊິງ​ລິນຫວັງ​ໃຫ້​ຈີນ​ຫວຽດນາມ​ເພີ່ມ​ທະວີ​ຄວາມ​ສາມັກ​ຄື​ກັນ ​ເປີດກວ້າງ​ການ​ແລກປ່ຽນ​ແລະ​ຮ່​ວມມື​ກັນ​ລົງ​ສູ່​ລວງ​ເລິກ

cri Author: da

ຕາມ​ຂ່າວCRI: ​ໃນ​ເວລາ​ພົບ​ປະ​ທ່ານ​ເຈິ​ນຕຶກ​ເລືອ​ງ ປະທານ​ປະ​ເທດ​ຫວຽດນາມ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 20 ກໍ​ລະ​ກົດ,ທ່ານ​ເຈຍ​ຊິງ​ລິນ ປະທານ​ສະພາ​ປຶ​ກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ເວົ້າວ່າ,ຫວັງ​ໃຫ້​ສອງ​ຝ່າຍຄຳນຶງ​ເຖິງພາກສ່ວນ​ໃຫຍ່​​ແຫ່ງໄມຕີ​ຈິດ​ລະຫວ່າງ​ຈີນ​ຫວຽດນາມ,​​ເພີ່ມ​ທະວີ​ຄວາມ​ສາມັກ​ຄື​ກັນ ​ເປີດກວ້າງ​ການ​ແລກປ່ຽນ​ແລະ​ການ​ຮ່​ວມມື​ກັນ​ລົງ​ສູ່​ລວງ​ເລິກ,ຊຸກຍູ້​ການ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ກ້າ​ວ​ເຂົ້າສູ່​ລະດັບ​ສູງ​ກວ່າ​ເກົ່າ.

ທ່ານ​ເຈຍ​ຊິງ​ລິ​ນຍັງ​ເວົ້າວ່າ,ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ໄດ້​ໄປ​ມາ​ຫາ​ສູ່​ກັນ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໂດຍຢ່າງ​ສະໜິດ​ແໜ້ນ​ໂດຍ​ຕະຫຼອດ,​ໄດ້​ປະກອບສ່ວນ​ອັນຕັ້ງໜ້າ​​ເຂົ້າ​ໃນ​ການ​ຊຸກຍູ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍຕົວ.

ທ່ານ​ເຈິ​ນຕຶກ​​​ເລືອ​ງ​ເວົ້າວ່າ,ຫວຽດນາມ​ຍິນ​ດີ​ພ້ອມ​ກັນ​ກັບ​ຈີນ ຕັ້ງໜ້າປະຕິບັດ​ຄວາມ​ຮັບ​ຮູ້​ຄື​ກັນທີ່​ຜູ້ນຳ​ສອງ​ປະ​ເທດ​ກ້າວ​ເຖິງ​ຂັ້ນ,ຊຸກຍູ້​ການພົວພັນ​ແລະ​ການຮ່ວມ​ມື​ກັນໃນ​ຂົງ​ເຂດລະຫວ່າງ​ສອງ​ປະ​ເທດກ້າວ​ເຂົ້າສູ່​ລະດັບ​ພັດທະນາ​ສູງ​ກວ່າ​ເກົ່າ.