ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-20 17:47:45    
ນັກ​ລົບ​ເກົ່າ​ຂອງ​ສົງຄາມ​ໂລກ​ຄັ້ງທີ​ສອງ​ຈະ​ເຕົ້າ​ໂຮມ​ກັນ​ທີ່​ປັກ​ກິ່ງ​ລະ​ລຶກສົງຄາມ​ໂລກ​ຄັ້ງທີ​ສອງ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 60 ປີ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ນັກ​ລົບ​ເກົ່າ​ສົງຄາມ​ໂລກ​ຄັ້ງທີສອງ 200 ກວ່າ​ຄົນທີ່​ມາ​ຈາກ​ແຫ່ງ​ຕ່າງໆ​​ໃນ​ໂລກ​ຈະ​ເຕົ້າ​ໂຮມ​ກັນທີ່​ປັກ​ກິ່ງ​ໃນ​ເດືອນ​ກັນຍາ​ໃນ​ຖານະ​​​ເປັນ"ແຂກຜູ້​ມີ​ກຽດ​ຂອງ​ຊາດ", ພ້ອມ​ກັນລະ​ລຶກສົງຄາມປະຊາຊົນ​ຈີນຕໍ່ຕ້ານ​ຍີ່​ປຸ່ນ​ແລະ​ສົງຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 60 ປີ.​

ໃນ​ງານ​ຖະ​ແຫລ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 20 ກໍລະກົດ, ທ່ານ​ເສີນ​ຮ້າວ​ຊູ ປະທານ​ສະມາຄົມ​ມິດຕະພາບ​ກັບ​ຕ່າງປະ​ເທດຂອງ​ປະຊາຊົນ​ຈີນ​ກ່າວ​ວ່າ, ວັນ​ທີ 3 ກັນຍາ​ແມ່ນ​ວັນ​ລະ​ລຶກສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນຂອງ​ຈີນ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 60 ປີ, ​ເມື່ອ​ຮອດ​ເວລາ​ນັ້ນ, ນັກ​ລົບ​ເກົ່າ​ຂອງສົງ​ຄາມ​ໂລກ​ຄັ້ງທີ​ສອງ​ທີ່​ມາ​ຈາກ​ຫລາຍ​ສິບ​ປະ​ເທດ​ຈະ​ຮ່ວມ​ກັນ​ເຊັນ"ຄຳ​ຖະ​ແຫລ​ງການ​ສັນຕິພາບ​ປັກ​ກິ່ງ"ຢູ່​ທີ່​ປັກ​ກິ່ງ, ​ແລະ​ເປີດ​ສາກ​ໃຫ້​​ແກ່"ກຳ​ແພງ​ສັນຕິພາບ​ປັກ​ກິ່ງ"ທີ່​ຍາວ 60 ​ແມັດ.