|
 |
(GMT+08:00)
2005-07-21 21:49:59
|
ທ່ານເຈິນດຶກເລືອງ ປະທານປະເທດຫວຽດນາມຢ້ຽມຢາມເມືອງເສິນເຈິ້ນ
cri
Author: mo
ຕາມຂ່າວສານຊີນຮວາ: ຕອນເຊົ້າວັນທີ 21 ກໍລະກົດ, ທ່ານເຈິນດຶກເລືອງ ປະທານປະເທດຫວຽດນາມພ້ອມດ້ວຍຄະນະໄດ້ຈາກກວາງໂຈວໄປເສີນເຈິ້ນສືບຕໍ່ທັດສະນາຈອນຢ້ຽມຢາມ.
ທ່ານສີຈົງເຫີງ ເຈົ້າຄອງເມືອງເສີນເຈິນເວົ້າຕໍ່ທ່ານເຈິນດຶກເລືອງວ່າ, ເມືອງເສີນເຈີນຈີນກັບຫລາຍຕົວເມືອງຫວຽດນາມມີການຮ່ວມມືແລະການໄປມາຫາສູ່ກັນທີ່ດີຫລາຍ, ເຊື່ອວ່າການຢ້ຽມຢາມເທື່ອນີ້ຍ່ອມຈະຊຸກຍູ້ການຮ່ວມມືພັດທະນາລະຫວ່າງເສີນເຈິ້ນກັບຕົວເມືອງຫວຽດນາມໃນຂົງເຂດຕ່າງໆເຊັ່ນເສດຖະກິດການຄ້າແລະວັດທະນະທຳເປັນຕົ້ນຕື່ມອີກ.
ຕອນບ່າຍມື້ດຽວກັນ, ທ່ານເຈິນດຶກເລືອງໄດ້ຂີ່ຍົນພິເສດຈາກເສີນເຈິ້ນສືບຕໍ່ຢ້ຽມຢາມເຂດກວາງຊີ.
|
|
|