ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-24 17:50:35    
ລັກ​ຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ບັນຫາ​ໃຫຍ່​ກວ່າ​ຫມູ່​ຂອງ​ສະພາ​ຄວາມ​ຫມັ້ນຄົງ​ແມ່ນ​ປະ​ເທດ​ພວມ​ພັດທະນາ​ບໍ່​ພໍ

cri

ຕາມ​ຂ່າວສານ​ຈີນ​ລາຍ​ງານ​ວ່າ,ວັນ​ທີ 23 ກໍລະກົດ ຢູ່​ທີ່​ປັກ​ກິ່ງ, ທ່ານຫຼີຈ້າວ​ຊິງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ສະຫນັບສະຫນູນ​ອົງການ​ສະຫະ​ປະຊາ​ຊາດ​ແລະ​ສະພາ​ຄວາມ​ຫມັ້ນຄົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ດຳ​ເນີນ​ການປະຕິ​ຮູ​ບ,ສະພາ​ຄວາມ​ຫມັ້ນຄົງ​ຄວນ​ຂະຫຍາຍອອກ, ບັນຫາ​ໃຫຍ່​ກວ່າ​ຫມູ່​ຂອງ​ເຂົາ​ແມ່ນ​ປະ​ເທ​ດພວມພັດທະນາບໍ່​ພໍ​.


ໃນ​ກອງ​ປະຊຸມ​ລາຍ​ງານ​ສະຖານະ​ການ​ທີ່​ຈັດ​ຂຶ້ນ​​ໃນ​ວັນ​ທີ 23 ກໍລະ ກົດ,ທ່ານຫຼີຈ້າວ​ຊິງ​ກ່າວ​ວ່າ,ການ​ປະຕິ​ຮູບ​ສະພາ​ຄວາມ​ຫມັ້ນຄົງ​ບໍ່ພ​ຽງ​ແຕ່​ແມ່ນ​ມີ​ແຕ່​ໃຫ້ປະ​ເທດ​ໃຫຍ່​ຕົກລົງ​,ຕ້ອງ​ຫາລື​ກັນ​ຢ່າງ​ເຕັມ​ສ່ວນ ປະຊາທິປະ​ໄຕ​ແລະ​ພຽນ​ໃຈ.


ທ່ານຫຼີຈ້າວ​ຊິງ​ກ່າວ​ວ່າ,ຈີນ​ຈະ​ປົກ​ປັກ​ຮັກສາ​ຈິດ​ໃຈ​ຂອງ​ກົດ​ບັດ​ອົງການ​ສະຫະ​ປະຊາ​ຊາດ,ສືບ​ຕໍ່​ຍຶດຫມັ້ນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​​​ສັນຕິພາບ​ແລະ​ເປັນ​ເຈົ້າ​ຕົນ​ເອງ,ຊູ​ທຸງ​ແຫ່ງສັນຕິພາບ ການ​ຮ່ວມ​ມື​ແລະ​ການ​ພັດທະ ນາ,ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ປະຊາຊົນ​ທົ່ວ​ໂລກ,​ໂດຍ​ສະ​ເພາະ​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ປະ​ເທດ​ພວມ​ພັດທະນາ