ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-24 18:16:41    
ການ​ປະຕິ​ຮູບ​ອັດຕາ​ແລກປ່ຽນ​ເງິນຢວນ​ຈີນ​ມີ​ບົດບາດ​ຫນ້ອຍ​ທີ່​ສຸດ​ຕໍ່​ການ​ຜ່ອນຄາຍ​ຕົກ​ເລກ​ຂາດ​ດຸນຂອງອາ​ເມ​ລິ​ກາ

cri

ຕາມ​ຂ່າ​ວສານ​ຊິນ​ຮວາ,ວັນ​ທີ 23 ກໍລະກົດ ຢູ່​ທີ່​ປັກ​ກິ່ງ,ທ່ານ​ໂຈສຽວ ຊວນ ຜູ່​ວ່າການ​ທະນາຄານ​ປະຊາຊົນ​ຈີນ ​​ເຊິ່ງ​ເປັນທະນາຄານກາງຂອງ​​ຈີນກ່າວ​ວ່າ,ການ​ປະ​ຕິ​ຮູ​ບກົນ​ໄກ​ອັດຕາ​ແລກປ່ຽນ​​ເງິນ​ຕາທີ່​ຈີນ​ປະກາດ​​ໃນ​ຫວ່າງ​​ມໍ່ໆນີ້​ມີ​ບົດບາດ​ຫນ້ອຍທີ່​ສຸດ​ຕໍ່​ການ​ຜ່ອນຄາຍ​ຕົວເລກ​ຂາດ​ດຸນ​ທາງການ​ຄ້າ​ແລະ​ການ​ເງິນ​ຂອງ​ອາ​ເມ​ລິ​ກາ.


ທ່ານ​ໂຈສຽວ​ຊວນ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວທີ​ປາ​ໄສ​ນັກ​ທະ ນາຄານ​ຈີນ​ປີ 2005.


 ທ່ານ​ໂຈ​ສຽວຊວນ​ກ່າວ​ເນັ້ນ​ວ່າ,ການ​ປັບ​ ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ເທື່ອນີ້​ແມ່ນ​ການ​ຕົກລົງ​ໂດຍ​​ຕົນ​ເອງ,​ແມ່ນ​ຄວາມ​ຕ້ອງການ​ຂອງ​ຈີນ​​ໃນ​ການ​ມຸ່ງ​ໄປ​ສູ່​ເສດຖະກິດ​ຕະຫຼາດ​ສັງຄົມ​ນິຍົມ​ແລະ​ຈັດ​ສັນຊັບພະຍາກອນ​ໃຫ້​ດີ​ກວ່າ​ເກົ່າ,​ແມ່ນ​ຄວາມ​ຕ້ອງການ​​​ຂອງການ​ປະຕິ​ຮູບ​ແລະ​ການ​ພັດທະນາ​ຢ່າງ​ຫນັກ​ແຫນ້ນ ຍາວ​ນານ,​ແຕ່​ບໍ່​ແມ່ນ​ຜົນ​ຫຼັງ​ຈາກ​​ແລກປ່ຽນ​ແລະປຶກສາ​ຫາລື​ກັບປະ​ເທດ​ອື່ນ