ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-25 10:33:08    
ແຕ່​ມື້​ນີ້​ເປັນຕົ້ນ​ໄປ​ລະບຽບ​ໄປມາ​ແຜ່ນ​ດິນ​ໃຫຍ່​ຂອງ​ໄທ​ເມືອງ​ໄຕ້​ຫວັນ​ຈະ​ງ່າຍ​ກວ່າ​ເກົ່າ

cri Author: li
ຕາມ​ໜັງສືພິມ​ເຢິນມິນ​ຢື້​ປ້າວ: ນັກ​ຂ່າວ​ໄດ້​ຊາບ​ຈາກ​ກົມ​ຄຸ້ມ​ຄອງ​ຄົນ​ເຂົ້າອອກ​ເມືອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຈີນ​ວ່າ,​​ເລີ່​ມ​ແຕ່​ວັນ​ທີ 25 ກໍລະກົດ​ເປັນ​ຕົ້ນ​ໄປ,​ເລີ່ມ​ປະຕິບັດ​ມາດ​ຕະການ​ໃຫ້​ຄວາມ​ສະດວກ​ແກ່​ໄທ​ເມືອງ​ໄຕ້​ຫວັນ​​ໃນ​ການ​ຮັດ​ໜັງສື​ເຂົ້າອອກ​ແຜ່ນດິນ​ໃຫຍ່​​ແລະ​ອ​າ​ໄສ​ຢູ່​ແຜ່ນດິນ​ໃຫຍ່​ຢ່າງ​ເປັນ​ທາງ​ການ.

ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກົມ​ຄຸ້ມ​ຄອງ​ຄົນ​ເຂົ້າອອ​ກ​ເມືອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ແນະນຳ​ວ່າ,ມາດ​ຕະການ​ໃຫ້​ຄວາມ​ສະດວກ​​ໄດ້​ເຮັດ​ໃຫ້​ບະ​ລຽບ​ການ​ເຂົ້າອອກ​​​ແລະ​ອາ​ໄສ​ຢູ່​ແຜ່ນດິນ​ໃຫຍ່​ຂອງ​ໄທ​ເມືອງ​ໄຕ້​ຫວັນ​​ໂຮມເຂົ້າ​ເປັນ​ອັນ​ດຽວ​ກັນ. ພ້ອມ​ກັນ​ນັ້ນ ພະ​ແນ​ກຄຸ້ມ​ຄອງ​ຄົນ​ເຂົ້າອອກ​ເມືອງ​ຍັງ​ໄດ້​ດັດ​ແປງ​ວິທີ​ຮ້ອງ​ຂໍ​ແລະ​ພິຈາ​ລະນາ​ອະນຸມັດ​​ໄທ​ເມືອງ​ໄຕ້​ຫວັນ​ທີ່​ຮ້ອງ​ຂໍເຂົ້າ​ອອກ​​ແລະ​ອາ​ໄສ​ຢູ່​ແຜ່ນ​ດິນ​ໃຫຍ່.