ຕາມຂ່າວສານຊິນຮວາ,ວັນທີ 26 ກໍລະກົດ,ກະຊວງທ່ອງທ່ຽວຟິລິບປິນໄດ້ປະກາດວ່າ,,ຄົນຈີນໄປທ່ຽວຟິລິບປິນໃນ 6ເດືອນຕົ້ນປີນີ້ໄດ້ເພີ່ມຂຶ້ນຫຼາຍກວ່າເວລາດຽວກັນຂອງປີກາຍ 146,3%,ຈີນໄດ້ກາຍເປັນແຫຼ່ງທ່ອງທ່ຽວທີ່ເພີ່ມຂຶ້ນໄວກວ່າຂອງຟິລິບປິນ.
ຕາມສະຖິຕິຂອງກະຊວງທ່ອງທ່ຽວຟິລິບປິນ,ແຕ່ຕົ້ນປີນີ້ຮອດວັນທີ 21 ມິຖຸນາ, ຄົນຈີນໄປທ່ຽວຟິລິບປິນໄດ້ມີເຖິງປະມານ 4 ຫມື່ນ 2 ພັນເທື່ອຄົນ,ຫຼາຍ ກວ່າ1 ຫມື່ນ 7 ພັນເທື່ອຄົນເປັນເວລາດຽວກັນຂອງປີກາຍ ຢ່າງເດັ່ນຊັດ.
ລັດຖະມົນຕີກະຊວງທ່ອງທ່ຽວຟິລິບປິນກ່າວວ່າ,ປະຈຸບັນ,ຈີນໄດ້ກາຍເປັນແຫຼ່ງທ່ອງທ່ຽວແຫ່ງທີ 7ຂອງຟິລິບປິນທີ່ຖັດຈາກປະເທດແລະເຂດແຄວ້ນຄືອາເມລິກາ ສ.ເກົາຫຼີແລະຍີ່ບຸ່ນເປັນຕົ້ນ.
|