ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Sunday    Apr 27th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-29 20:13:03    
ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ອອກຖະ​ແຫຼ​ງການ​ຮ່ວມ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 29 ກໍລະກົດ, ຈີນ​ກັບ​ອິນ​ໂດ​ເນ​ເຊຍ​​ໄດ້ອອກຖະ​ແຫຼ​ງການ​ຮ່ວມ.

ຖະ​ແຫຼ​ງການ​ຂຽນ​ວ່າ,ຜູ້ນຳ​ສອງ​ປະ​ເທດ​ລ້ວນ​ແຕ່ສະ​ແດງ​ຄວາມ​​ເພິ່ງພໍ​ໃຈ​ຕໍ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດ​​ໄດ້ຂະຫຍາຍ​ກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງຫຼັງຈາກ​ສອງ​ປະ​ເທດ​ຟື້ນ​ຟູການ​ພົວພັນ​ທາງ​ການ​ທູດ​​ໃນ​ເດືອນ​ສິງຫາ​ປີ 1990​ ເປັນຕົ້ນມາ.ສອງ​ຝ່າຍ​ກ່າວ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ແຫ່ງ​ການປັບປຸງ​ແລະ​ເພີ່ມ​ທະວີ​ການ​ພົວພັນມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງບົນ​ພື້ນຖານ​ສະ​ເໝີ​ພາບ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດ ​ເຂົ້າ​ໃຈກັນ​ແລະ​ໂຄລົບ​ກັນ.

ຖະ​ແຫຼ​ງການ​ຂຽນ​ວ່າ,ຈີນ​ສະໜັບສະໜູນຄວາມ​ພະຍາຍາມ​ຂອງ​ລັດຖະບານ​ອິນ​ໂດ​ເນ​ເຊຍ​ເພື່ອ​ປົກ​ປັກ​ຮັກສາ​​ເອກະ​ພາບ​​ແຫ່ງ​ຊາດ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ.ອິນ​ໂດ​ເນ​ເຊຍກ່າວ​ລື້​ມວ່າ​ສືບ​ຕໍ່​ຍຶດໝັ້ນນະ​ໂຍບາຍ​ຈີນ​ດຽວ,ສະໜັບສະໜູນ​ຂະ​ບວນການ​​ໂຮມ​ເປັນ​ເອກະ​ພາບ​ໂດຍ​ສັນຕິ​ຂອງ​ຈີນ.

ມື້​ດຽວ​ກັນ,​ໃນ​ເວລາ​ກ່າວ​ປາຖະກະຖາ​ໃນ​ງານ​ລ້ຽງ​ອາຫານ​ທ່ຽງ​ທາງ​ການ​ຄ້າ​ຈີນ​ອິນ​ໂດ​ເນ​ເຊຍ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​,ທ່ານຊູຊີ​ໂລ​ເວົ້າວ່າ,ອິນ​ໂດ​ເນ​ເຊຍ​ຍິນ​ດີ​​ຄຽງ​ບ່າ​ຄຽງ​ໄຫຼ່ກັບ​ຈີນ​ຮ່ວມ​ມືກັນ​ຕໍ່​ໄປ,​ເພື່ອຕັ້ງໜ້າ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ພວມ​ພັດທະນາ​ບົນເວ​ທີ​ສາກົນ
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040