ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-29 20:43:04    
ພັກ​ການ​ເມື​ອງ​ແລະ​ອົງກາານຈັດ​ຕັ້ງກະສິກຳ​ສ່ວນ​ຫນຶ່ງ​ຂອງ​ໄຕ້​ຫວັນ​​ຊົມ​ເຊີຍ​ແຜ່ນດິນ​ໃຫຍ່​ຈະ​ຊື້​ຫມາກ​ໄມ້​ 15 ຊະນິດທີ່​ຍົກ​ເວັ້ນພາສີຈາກ​ໄຕ້​ຫວັນ

cri

ຕາມ​ຂ່າວສານ​ຊິນ​ຮວາ,​ແຕ່​​ແຜ່ນດິນ​ໃຫຍ່​ຈະ​ປະຕິບັດ​ມາດ​ຕະການ​ຍົກ​ເວັ້ນພາສີ​ຕໍ່ການນຳ​ເຂົ້າຫມາກ​ໄມ້​ໄຕ້​ຫວັນ​ 15 ຊະນິດ​ແຕ່​ເດືອນສິງ ຫາ​ເປັນຕົ້ນ​​ໄປ,ຂ່າວ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ສັງຄົມ​ພາຍ​ໃນ​ເກາະ​ມີ​ປະຕິ​ກະລິຍາ​ຢ່າງ​ຟົດຟື້ນ, ພັກ​ການ​ເມືອງ​ແລະ​ອົງການ​ຈັດຕັ້ງສາກົນ​ກະສິກຳ​ຈຳນວນ​ຫນຶ່ງ​ໄດ້​ພາກັນ​ຊົມ​ເຊີຍ​ແລະ​ຮັບຮອງ​ຕໍ່​ເລື່ອງ​ນີ້,​ແລະ​ຮຽກຮ້ອງ​ໃຫ້​​ເຈົ້າ​ຫນ້າ​ທີ່ຄຸ້ມ​ຄອງພາກສ່ວນ​ນີ້​ຈົ່ງຕອບສະຫນອງ​ຢ່າງ​ຕັ້ງຫນ້າ,ສ້າງ​ຄວາມສຸກ​ໃຫ້​ແກ່​ຊາວ​ກະສິກຳ.


ຕາມ​ຂ່າວ​ແຈ້ງວ່າ,ທ່ານ​ຈັ່ງ​ຢົງ​ກົງ  ​ໂຄສົກ​ພັກ​ກົກ​ມິນ​ຕັງຈີນ​ກ່າວ​ວ່າ,ການ​ກະທຳ​ດັ່ງກ່າວ​ແມ່ນການ​ປະຕິບັດ​ຕາມ​ຄຳ​ຫມັ້ນ​ສັນຍາ​ຂອງ​ແຜ່ນດິນ​ໃຫຍ່​ໃນ​ເວລາທ່ານ​ລຽນ​ຈັ້ນ ປະທານ​ພັກ​ກົກ​ມິນ​ຢ້ຽມຢາມ​ແຜ່ນດິນ​ໃຫຍ່ຫວ່າງ​ບໍ່​ດົນ​ນີ້,​ເປັນຫນ້າ​ຊົມ​ເຊີຍ.


 ທ່ານ​ຈັ່ງ​ເຊຍຢ້າວ ຫົວຫນ້າ​ສູນ​ນະ​ໂຍບາຍ​ພັກ​ຊິນ​ມິນ​ຕັງກ່າວ​ວ່າ,ຫວັງ​ໃຫ້​ເຈົ້າ​ຫນ້າ​ທີ່​ຢ່າເລື່ອນ​​ນເວລາ​ໃຫ້ຜົນ​ຜະລິດ​ກະສິກຳ​ເຂົ້າແຜ່ນດິນ​ໃຫຍ່ດ້ວຍ​ບັນຫາ​ການ​ເມືອງ​ອີກ​