ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-01 18:08:39    
ການ​ເຈລະຈາ​ຮອບ​ທີ​ເຈັດ​ຂອງ​ກົນ​ໄກ​ແລກ​ປ່ຽນ​ລະ​ຫວ່າງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກັບ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ

cri
ຕາມ​ຂ່າວ CRI: ການ​ເຈລະຈາ​ຮອບ​ທີ​ເຈັດ​ຂອງ​ກົນ​ໄກ​ແລກປ່ຽນ​ລະຫວ່າງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກັບ​ສະພາ​ຕ່ຳ​ອາ​ເມ​ລິ​ກາ​​ໄດ້ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໃນ​ວັນ​ທີ 1 ສິງຫາ. ​ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ,ການ​ພົວພັນ​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ,ບັນຫາ​ໄຕ້​ຫວັນ,​ການ​ແລກປ່ຽນ​ຕາມ​ກົນ​ໄກ​ລະ​ຫວ່າງ​ລັດຖະ​ສະພາ​ສອງ​ປະ​ເທດ​ແລະ​ອື່ນໆ.

ທ່ານ​ຈ່ຽງ​ເອີ່​ນຈູ້ ປະທານ​ຄະນະ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ,​ປະທານ​ໜ່ວຍ​ແລກປ່ຽນ​ລະຫວ່າງ​ລັດຖະ​ສະພາ​ຈີນ​ອາ​ເມ​ລິ​ກາ​ກ່າວ​ວ່າ,ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ສະພາ​ຕ່ຳ​ອາ​ເມ​ລິ​ກາ,ທຳ​ຄວາມ​ພະຍາຍາມ,​ເຮັດ​ໃຫ້​ເນື້ອ​ໃນ​ຮ່ວມ​ມື​ກັນ​ຂອງ​ກົນ​ໄກ​ອຸດົມສົມບູນ​ແລະ​ບູລະນະ​ໃຫ້​ດີ​ຂຶ້ນ​ເລື້ອຍໆ,​ປັບປຸງ​ແລະ​ເຮັດ​ໃຫ້​ໝາກຜົນ​ແລກປ່ຽນ​ລົງ​ສູ່​ລວງ​ເລິກ.