ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-01 21:43:51    
ຈີນ​ອາ​ເມ​ລິ​ກາ​ຈັດການ​ສົນທະນາ​ຍຸດ​ທະ​ສາດ​ຄັ້ງທຳ​ອິດ

cri Author: da


ຕາມ​ຂ່າວCRI: ການ​ສົນທະນາ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາຄັ້ງທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 1 ສິງຫາ.ທ່ານ​ຕ້າຍ​ປິງ​ກົວະ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ແລະ​ທ່ານ​ໂລ​ເບີດ ​ໂຈ​ລິກ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ປະຈຳ​ຂອງ​ອາ​ເມ​ລິ​ກາ​ໄດ້​ນຳພາ​ຄະນະ​ເຂົ້າຮ່ວມ​ການ​ສົນທະນາ​ເທື່ອ​ນີ້.


ຈີນ​ກັບ​ອາ​ເມ​ລິ​ກາ​​ເປັນ​ເອກະສັນ​ກັນເຫັນ​ວ່າ,ການ​ສົນທະນາ​ແມ່ນ​ມີ​ຜົນ​ປະ​​ໂຫຍ​ດ​ແລະ​ມີ​ລັກສະນະ​ສ້າງສັນ,​ໄດ້​ເພີ່ມ​ຄວາມ​ເຂົ້າກັນ.ສອງ​ຝ່າຍ​ກ່າວ​ລື້ມວ່າ,ການ​ພົວພັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ຂະຫຍາຍຕົວ​ຢ່າງ​ປອດ​​ໃສ​ແລະ​ໝັ້ນທ່ຽງ ​ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​​ໂຫຍ​ດກົກ​ຮາກ​ຂອງສອງປະ​ເທດແລະປະຊາຊົນສອງຊາດ,ຈີນ​ກັບ​ອາ​ເມ​ລິ​ກາ​ຮັກສາ​ແລະ​​ເປີດ​ກວ້າງ​ການ​ຮ່ວມ​ມື​ກັນ,ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ສັນຕິພາບ ສະ​ຖຽນລະ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ອາຊີ​ປາຊິ​ຟິກ​ແລະ​ຂອງ​ໂລກ​ໃນ​ສະ​ເພາະ​ໜ້າ​ນີ້​ແລະ​ໃນ​ອະນາຄົດ.ຈີນ​ອາ​ເມ​ລິກາ​ຈະ​ເພີ່​ມທະວີ​ການ​ສົນທະນາ​ກັນ​ແລະ​,ຕ່າງ​ໄວ້​ເນື້ອ​ເຊື່ອໃຈ​ກັນຫຼາຍ​ຂຶ້ນ,ພັດທະນາ​ການ​ຮ່ວມ​ມື​ກັນ,ຊຳລະ​ແກ້​ໄຂ​ຄວາມ​ເຫັນ​ຂັດ​ກັນ​ຢ່າງ​ເໝາະ​ສົມ,ຊຸກຍູ້​ການ​ພົວພັນ​ຮ່ວມ​ມືທີ່​ມີ​ລັກສະນະ​ສ້າງສັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ອອກຢ່າງ​ບໍ່​ຢຸດຢັ້ງ.