|
 |
(GMT+08:00)
2005-08-02 17:13:19
|
 |
ການຊ້ອມລົບຮ່ວມຈີນລັດເຊຍຄັ້ງທຳອິດຈະຈັດຂຶ້ນໃນເດືອນສິງຫາ
cri
Author: da
ຕາມຂ່າວສານຊິນຮວາ: ອີງຕາມບົດບັນທຶກຊ່ອຍຈຳກ່ຽວກັບການຈັດການຊ້ອມລົບຮ່ວມ ຊຶ່ງແມ່ນກະຊວງປ້ອງກັນປະເທດສປຈີນແລະກະຊວງປ້ອງກັນປະເທດສະຫະພັນລັດເຊຍເຊັນກັນໃນເດືອນກໍລະກົດປີ 2004,ຈີນລັດເຊຍຈະຈັດການຊ້ອມລົບຮ່ວມ"ພາລະກຳສັນຕິພາບປີ 2005" ໃນວັນທີ 18 ຫາວັນທີ 25 ສິງຫາປີ 2005.ການຊ້ອມລົບຈະຈັດຂຶ້ນຢູ່ວຼາດີວົສຕົກຂອງລັດເຊຍ ແຫຼມຊານຕົງຈີນແລະພູມທະເລມໍ່ຫັ້ນ.
ການຊ້ອມລົບເທື່ອນີ້ແມ່ນຈັດຂຶ້ນຕາມວັດຖຸປະສົງຂອງກົດບັດສະຫະປະຊາຊາດ ຕາມກົດໝາຍລະຫວ່າງຊາດທີ່ຮັບຮູ້ໂດຍທົ່ວໄປແລະຕາມຫຼັກການໂຄລົບອະຊາທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດອື່ນ.ການຊ້ອມລົບບໍ່ແນໃສ່ຝ່າຍທີສາມ,ບໍ່ກ່ຽວພັນເຖິງຜົນປະໂຫຍດຂອງປະເທດທີ່ສາມ.ຈຸດປະສົງຕົ້ນຕໍຂອງການຊ້ອມລົບ ແມ່ນເພື່ອເພີ່ມຄວາມໄວ້ເນື້ອເຊື່ອໃຈກັນແລະມິດຕະພາບລະຫວ່າງຈີນກັບລັດເຊຍໃຫ້ລົງສູ່ລວງເລິກ,ເພີ່ມທະວີການຮ່ວມມືແລະປະສານງານກັນລະຫວ່າງສອງປະເທດສອງກອງທັບໃນຂົງເຂດປ້ອງກັນຄວາມປອດໄພ,ເຝິກຊ້ອມໃຫ້ກອງທະຫານທັງສອງປະເທດພ້ອມກັນໂຈມຕີລັດທິກໍ່ການຮ້າຍສາກົນ ລັດທິຫົວຈັດແລະລັດທິແບ່ງແຍກ,ປະສານງານໃນການຮັບມືກັບວິກິດການ,ຍົກຄວາມສາມາດໃນການພ້ອມກັນຮັບມືກັບການທ້າທາຍໃໝ່ແລະການຂົມຂູ່ໃໝ່.
|
|
|