ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-03 21:56:06    
ຈີນ​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ລັດຖະບານ​ອາ​ເມ​ລິ​ກາທີ່ຮັບ​ເອົາ​ການ​ຮ້ອງ​ຂໍ​​ໃຫ້ຈຳກັດ​​ສິ່ງ​ປັ່ນ​ທໍ​ຂອງ​ຈີນ​ອີກ​ເທື່ອ​ຫນຶ່ງ

cri

ຕາມ​ຂ່າວCRI ,ວັນ​ທີ 2 ສິງຫາ ຢູ່​ທີ່​ປັກ​ກິ່ງ,ທ່ານ​ຊົງຊານ ​ໂຄສົກ​ຖະແຫຼ​ງຂ່າວຂອງ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ລັດຖະບານ​ຈີນ​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ລັດຖະບານ​ອາ​ເມ​ລິ​ກາ​ທີ່ຮັບ​ເອົາຄຳ​ຮ້ອງ​ຂໍ​​ໃຫ້ຈຳ ກັດສິ່ງ​ປັ່ນ​ທໍ​ຂອງ​ຈີນ​ອີກ​ເທື່ອ​ຫນຶ່ງ.


ຕາມ​ຊາບ​ວ່າ,ວັນ​ທີ 1 ສິງຫາ,ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ອາ​ເມ​ລິ​ກາ​ໄດ້​ຮັບຄຳ​ຮ້ອງ​ຂໍ​ຂອງອົງການ​ຂະ ແຫນງ​ການ​ສິ່ງ​ປັ່ນ​ທໍ​ທີ່​ກ່ຽວຂ້ອງອາ​ເມ​ລິ​ກາ​ທີ່​ໃຫ້ຈຳກັດ​ສິ່ງ​ປັ່ນ​ທໍ​ 5 ຊະນິດຂອງ​ຈີນເຊັ່ນ:ກະ​ໂປ່ງ ຊຸດນອນ  ​ຊຸດ​ອາບ​ນ້ຳ  ​ເສື້ອ​ເຊິ​ດ​ແມ່ຍິງ​ແລະ​ຖົງ​​ເທົ້າ​.


ທ່ານ​ຊົງ​ຊານ​ກ່າວ​ວ່າ,ການ​ກະທຳ​ດັ່ງ​ກ່າວ​​​ເປັນ​ການສົ່ງ​ເສີມ​ໃຫ້ຂະ​ແຫນງ​ວົງ​ການ​​ປັ່ນ​ທໍ​ຂອງ ອາ​ເມ​ລິ​ກາ​ໃຊ້ມາດ​ຕະການ​ຈຳກັດ​ພິ​ເສດ​ຕໍ່ສິ່ງ​ປັ່ນ​ທໍຂອງ ຈີນ​ທົ່ວທີບ,ຝ່າຝືນ​ຫຼັກການ​ການ​ຄ້າ​ເສລີ​ແລະ​ຈິດ​ໃຈ​ການ​ຄ້າ​ສິ່ງ​ປັ່ນ​ທໍ​​ແບບ​ເສລີຂອງ​ອົງການ​ການຄ້າ​ໂລກ.ກ່ຽວ​ກັບ​ເລື່ອງ​ນີ້,ລັດຖະບານ​ຈີນ​ຈະ​ສະຫງວນ​ສິດ​ໃຊ້​ມາດ​ຕະການ​ຕື່ມ​ອີກພາຍ​ໃຕ້​ຂອບ​ຂອງອົງການ​ການ​ຄ້າ​ໂລກ.