ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-04 18:46:56    
ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ພົບ​ປະ​ແຂກ​ອາ​ເມ​ລິ​ກາ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 4 ສິງຫາ​ຢູ່​ປັກ​ກິ່ງ ທ່ານ​ເຊີ້ງ​ຮວາ​ເຢີ​ນ ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ທ່ານມັກ ​ເດ​ເທິ​ນ ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ​ພ້ອມ​ດ້ວຍ​ຄະນະ.

ທ່ານ​ເຊີ້ງ​ຮວາ​ເຢີ​ນ​ເວົ້າວ່າ,ການ​ເຈລະຈາ​ເທື່ອ​ທີ​ສອງ​ລະຫວ່າງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກັບ​ສະພາ​ສູ​ງອາ​ເມ​ລິ​ກາທີ່​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ​ໃນ​ເດືອນ​ມິຖຸນາ​ປີ​ນີ້ ​ໄດ້​ເພີ່ມ​ຄວາມ​ເຂົ້າ​ໃນ​ແລະ​ໄວ້​​ເນື້ອ​ເຊື່ອ​ໃຈ​ກັນ,​ເປີດ​ກວ້າງ​ຄວາມ​ຮັບ​ຮູ້​ຄື​ກັນ,​ແລະ​ໄດ້​ຮັບ​ຜົນ​ອັນຕັ້ງໜ້າ​ຢ່າງ​ຫຼວງ​ຫຼາຍ,ປັບ​ປຸງ​ແລະ​​ເຮັດໃຫ້​ເນື້ອ​ໃນ​ທາດ​ແທ້​ຂອງ​ການ​ສົນທະນາ​ລະຫວ່າງ​ສອງ​ຝ່າຍ​ອຸດົມສົມບູນ​ຕື່ມ​ອີກ,​ເສີມ​ຂະຫຍາຍ​ບົດບາດ​ອັນຕັ້ງໜ້າ​ໃນ​ການ​ຊຸກຍູ້​​ໃຫ້ານ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກສະນະ​ສ້າງສັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາຂະຫຍາ​ຍຕົວ​ອອກ.

ທ່ານ​​ເດ​ເທິ​ນ​ເວົ້າວ່າ,ລັດຖະສະພາຂອງ​ອາ​ເມ​ລິ​ກາ​ກັບ​ຈີນ​ໄປມາຫາສູ່​ກັນ​ແມ່ນ​​ເລື່ອງສຳຄັນ​ທີ່​ສຸດ,ທ່ານ​ຈະ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ອົງການ​ແລກປ່ຽນ​ຂອງລັດຖະສະພາສອງ​ຝ່າຍ​ແລະ​ມິດຕະພາບ​ລະຫວ່າງ​ປະຊາຊົນສອງ​ປະ​ເທດ.