ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-04 21:53:45    
ທ່ານ​ອູ​ປາງ​ໂກ​ເຈລະຈາ​ກັບ​ປະທານ​ສະພາ​ຕ່ຳ​ອາ​ເມ​ລິ​ກາ

cri Author: da
ຕາມ​ຂ່າວCRI: ວັນ​ທີ 4 ສິງຫາ ທ່ານ​ອູ​ປາງ​ໂກ ປະທານຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ເຈລະຈາ​ກັບ​ທ່ານ​​ແດນ​ນິສ ຮາ​ສ​ເທີ​ດ ປະທານ​ສະພາ​ຕ່ຳ​ອາ​ເມ​ລິ​ກາທີ່​ມາ​ຢ້ຽມຢາມ​ປັກ​ກິ່ງ.

ທ່ານ​ອູ​ປາງ​ໂກ​ຊີ້​ອອກ​ວ່າ,ການ​ແລກປ່ຽນ​ແລະ​​ຮ່ວມ​ມື​ກັນລະຫວ່າງຈີນ​ກັບ​ອາ​ເມ​ລິ​ກາ​ໄດ້​ມີການ​ຄື​ບໜ້າ​ໃໝ່​ໃນຂົງ​ເຂດ​ເສດຖະກິດ​ກາ​ຄ້າ ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ແລະ​ປ້ອງ​ກັນ​​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ​ເປັນຕົ້ນ,ທັງ​ຮັກສາ​ການ​ປຶກສາຫາລື​ແລະ​ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສຳຄັນ​ເຊັ່ນ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ແລະ​ການ​ປະຕິ​ຮູບສະພາ​ຄວາມ​ໝັ້ນຄົງ​ເປັນຕົ້ນ.ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ສະພາ​ສູງ​​ແລະ​ສະພາຕ່ຳ​ຂອງ​ອາ​ເມ​ລິ​ກາ ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໃຫ້ຂະຫຍາຍຕົວ​ຢ່າງ​ປອດ​ໄສ​ແລະ​ໝັ້ນທ່ຽງ.

ທ່ານ​ຮາ​ສ​ເທີ​ດກ່າວ​ລື້​ມວ່າ,ອາ​ເມ​ລິ​ກາ​ຍຶດໝັ້ນນະ​ໂຍບາຍ​ຈີນ​ດຽວ,ທັງ​ຊົມ​ເຊີຍ​ການ​ຄືບ​ໜ້າ​ໃໝ່​​​ໃນດ້ານ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່​ອງ​ແຄບ.