ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-05 20:31:20    
ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ​ຈີນ​ເລີ່ມ​ຕັ້ງ​ທຶນ​ສຶກ​ສາ​ຂອງ​ລັດ

cri Author: li
ຕາມ​ຂ່າວ CRI: ວັນທີ 5 ສິງຫາ ນັກ​ຂ່າວ​ໄດ້​ຊາບ​ຈາກ​ກະຊວງ​ສຶກສາ​ທິການ​ຈີນ​ວ່າ,​ເລີ່​ມ​ແຕ່​ປີ​ນີ້​ເປັນຕົ້ນ​ໄປ,​​ແຕ່ລະ​ປີ ລັດຖະບານ​ຈີນຈະ​ອອກທຶນ 1 ຕື້​ຢວນ​ເພື່ອ​ຕັ້ງ"ທຶນ​ສຶກສາ​ຂອງ​ລັດ,​ຊ່ອຍ​ນັກ​ສຶກສາ​ມະຫາ​ວິທະຍາ​ໄລ​ຜູ້​ທຸກ​ຍາກ,ຮັບປະກັນ​ໃຫ້​ພວກ​ເຂົາ​ເຈົ້າສຳ​ເລັດ​ການ​ຮຽນ​ຢ່າງ​ສະດວກ.

ຕາມ​ໄດ້​ຊາບ,"ທຶນສຶກສາຂອງ​ລັດ"​ແບ່ງ​ເປັນ​ສອງ​ພາກສ່ວນ"ທຶນ​ຊ່ອຍ​ສຶກສາ​ຂອງ​ລັດ"​ແລະ"ທຶນ​ລາງວັນ​ສຶກສາ​ຂອງ​ລັດ". "ທຶນ​ຊ່ອຍ​ສຶກສາ​ຂອງ​ລັດ"​ແມ່ນ​ສະໜອງ​ຄ່າ​ຄອງ​ຊີບ​ໃຫ້​ນັກ​ສຶກສາ​ໃນ​ແຕ່ລະ​ເດືອນ,ຊ່ອຍ​ໄດ້ 5 ​ແສນ​ກວ່າ​ຄົນ. "ທຶນ​ສຶກສາ​ຂອງ​ລັດ"​ແມ່ນ​​ໃຫ້ເງິນ​ລາງວັນ​ສຶກສາ​ປີ​ລະ 4 ພັນ​ຢວນ​ແກ່ນັກ​ສຶກສາ​ຜູ້ທຸກ​ຍາກ​ທີ່ມີ​ຄຸນສົມບັດ​ດີ​,​ແລະ​ຮຽນ​ເກັ່ງ,ຈຳນວນ​ຜູ້ຈະ​ຊ່ອຍມີ 5 ໝື່ນ​ຄົນ.