ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-15 17:25:22    
ບັນ​ດາຫນັງ​ສື​ພິມຂອງຮົງ​ກົງ​ພິມ​ບົດວິຈານ​ລະ​ລຶກສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນ​ໄດ້​ຮັບ​ໄຊຊະນະ​ຄົບ​ຮອດ60ປີ

cri

ຕາມ​ຂ່າວ​ສາ​ນຊິນ​ຮວາ:ວັນ​ທີ່​15 ສິງຫາ​ແມ່ນ​ວັນ​ລະ​ລຶກສົງຄາ​ມຕໍ່ຕ້ານ​ຍີ່​ປຸ່ນ​ໄດ້​ຮັບ​ໄຊຊະນະ​ຄົບ​ຮອດ60ປີ.​ໃນ​ວັນດຽວ​ກັນ ບັນດາ​ຫນັງ​ສື​ພິມຂອງຮົງ​ກົງ​ໄດ້​ພິມ​ບົດວິຈານ​ລະ​ລຶກສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນ​ໄດ້​ຮັບ​ໄຊຊະນະ​ຄົບ​ຮອດ60ປີ.ບົດວິຈານ​ຊີ້​ອອກ​ວ່າ,ຍີ່​ປຸ່ນຄວນ​ຮັບ​ຮູ້​ແລະ​ປະຕິບັດ​ຕໍ່​ປະ​ຫວັດ​ສາດ​ຢ່າງ​ຖືກຕ້ອງ,ຢ່າ​​ເດີນ​ຕາມ​ຮອຍ​ເກົ່າ​ຂອງ​ລັດ​ທິລັດຖະທະຫານ.


ບົດ​ນຳວິຈານຂອງ​ຫນັງ​ສື​ພິມເວິນ​ຮຸ້ຍປ້າວ​ຮົງ​ກົງ​ຂຽນ​ວ່າ,ລັດທິລັດຖະທະຫານ ​ຍີ່ປຸ່ນ​ກໍ່​ສົງຄາມ​ຮຸກ​ຮານ, ​ບໍ່ພ​ຽນ​​ແຕ່ສ້າງ​ໄພ​ຫນັກ​ຫນາໃຫ້​ປະຊາຊົນ​ຈີນ​​ທໍ່​ນັ້ນຍັງໄດ້​ເຮັດ​ໃຫ້​ປະຊາຊົນ​ຍີ່ປຸ່ນປະສົບ​ຄວາມ​ຜົນ​ຮ້າຍ​ອີກ​ດ້ວຍ.ຖື​ປະ​ຫວັດ​ສາດ​​ເປັນ​ແວ່ນ​ແຍງ,ຫັນ​ຫນ້າ​​ໄປ​ສູ່​ອະນາຄົດ,​ແມ່ນ​ຫລັກ​ມາດ​ຖານ​ພື້ນ​ຖານ​ທີ່​ແກ້​ໄຂ​ການພົວພັນລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ.