ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-15 21:14:48    
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ,ຍີ່​ປຸ່ນປະຕິບັດ​ຕໍ່​ປະຫວັດ​ການ​ຮຸກ​ຮານ​ຂອງ​ລັດທິ​ລັດຖະທະຫານ​ຢ່າງ​ຖືກຕ້ອງ​ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຍາວ​​ໄກ​ແລະ​ກົກ​ຮາກ​ຂອງ​​ເຂົາ​ເອງ

cri Author: da
ຕາມ​ຂ່າວCRI: ວັນ​ທີ 15 ສິງຫາ​ຢູ່​ປັກກິ່ງ ທ່ານ​ຂົງສວນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖ​າມຂອງ​ນັກ​ຂ່າວ​​ເນື່ອງ​ໃນ​ໂອກາດທ່ານ​​ໂຄ​ອີ​ຈູ​ມີ ຈູ​ນີຊີ​ໂລ ນາຍົກລັດຖະມົນຕີຍີ່ປຸ່ນອອກ​ຖະ​ແຫຼ​ງການ​​ໃນ​ວັນ​ລະ​ລຶກຫຼັງ​ສົງຄາມຄົບຮອບ 60 ປີ​,ທ່ານ​ຂົງສວນ​ກ່າວ​ວ່າ,ຍີ່ປຸ່ນປະຕິບັດ​ຕໍ່​ປະຫວັດ​ການ​ຮຸກ​ຮານ​ຂອງ​ລັດທິ​ລັດຖະທະຫານ​ຢ່າງ​ຖືກຕ້ອງ​ດ້ວຍ​ທ່າ​ທີ​ຕັ້ງໜ້າ​ແລະ​ຮັບຜິດ​ຊອບ​ນັ້ນ,​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຍາວ​​ໄກ​ແລະ​ກົກ​ຮາກ​ຂອງ​​ເຂົາ.

ມື້​ດຽວ​ກັນ ທ່ານ​ໂຄ​ອີ​ຈູ​ມີ ຈີ​ນີຊີ​ໂລ​ໄດ້​ກ່າວ​ຄຳ​ປາ​ໄສ​ກ່ຽວ​ກັບ​ບັນຫາ​ປະຫວັດສາດ,ຮັບຮອງ​ວ່າ ຍີ່​ປຸ່ນ​ໄດ້​ນຳ​ເອົາ​ຄວາມ​ເສຍ​ຫາຍ​ແລະ​ຄວາມທຳ​ລະ​ມານ​ຢ່າງ​ໜັກໜ່ວງ​ໃຫ້​ປະ​ເທດ​​ໃກ້​ຄຽງ​ໃນ​ອາຊີ​ໂດຍ​ຜ່ານ​ການ​ປົກຄອງ​​ແບບ​ລ່າ​ເມືອງ​ຂຶ້ນແລະ​ການຮຸກ​ຮານ​ໃນ​ເມື່ອ​ກ່ອນ,ທ່ານ​ໄດ້​ສະ​ແດງ​ຄວາມ​ສຳ​ຫຼວດຕົນ​ເອງ​ແລະ​ຂໍ​ຂະ​ມາ​ໂທດ​ອີກ​.