ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-16 13:30:38    
ແຫ່ງ​ຕ່າງໆ​ຂອງ​ຈີນ​ລະ​ລຶກ​ສົງ​ຄາມ​ປະ​ຊາ​ຊົນ​ຈີນ​ຕໍ່​ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່​ປຸ່ນ​​ແລະ​ສົງ​ຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ 60 ປີ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 15 ສິງຫາ ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ຈັດ​​ໃຫ້​ມີ​ການ​ເຄື່ອນ​ໄຫວ​ຕ່າງໆ,​ລະ​ລຶກ​ສົງຄາມ​ປະຊາຊົນ​ຈີນ​ຕໍ່​ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່​ປຸ່ນ​​ແລະ​ສົງຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​ໄຊ​ຊະນະ​ຄົບຮອບ 60 ປີ​ຢ່າງ​ຄຶກຄື້ນ.

ຕອນ​ຄ່ຳ​ວັນ​ທີ 15 ສິງຫາ ວົງ​ການ​ຕ່າງໆ​ນະຄອນ​ນານ​ກິ່ງ 3 ພັນ​ກວ່າ​ຄົນ​ໄດ້​ຈັດການ​​ເຄື່ອນ​ໄຫວ​ລະ​ລຶກຢູ່​ຫໍ​ລະ​ລຶກ​ພີ່ນ້ອງ​ຮ່ວມ​ຊາດ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ການ​ສັງຫານ​ໂຫດ​ຢ່າງ​ຂະໜາດ​​ໃຫຍ່​ຢູ່​ນານ​ກິ່ງ​ຂອງ​ທະຫານ​ຍີ່​ປຸ່ນຜູ້​ຮຸກ​ຮານ​ຈີນ. ຜູ້​ແທນ​ວົງ​ການ​ຕ່າງໆ​ນະຄອນ​ນານ​ກິ່ງ​ໄດ້​ເຄາະ​ລະຄັງ​ສັນຕິພາບ,​ໃນ​ທ່າ​ມກາງ​ແສງ​ຕາ​ເວັນ​ຍາມ​ແລງ,ມວນ​ຊົນ​ຖື​ທຽນ​ໄຂ​ແດງ​ຍ່າງ​ວຽນ​ຫໍ​ລະ​ລຶກຮອບ​ໜຶ່ງ​ແລະ​ຈັດ​ພິທີ​ໄວ້ອາ​​ໄລ​ຢູ່​ໜ້າ​ກຳ​ແພງ​​ລາຍ​ຊື່​ຜູ້​ປະສົບ​ເຄາະ​ຮ້າຍ,​ໄວ້ອາ​ໄລ​ດວງ​ວິນ​ຍານ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ຜູ້​ປະສົບ​ເຄາະ​ຮ້າຍ 3 ​ແສນ​ຄົນ.

ວັນ​ທີ 15 ສິງຫາ ອົງການ​ຈັດຕັ້ງຕ່າງໆ​ເຊັ່ນ​ສະຫະພັນ​ກຳມະບານ​ຮົງ​ກົງ​ແລະ​ສະຫະພັນ​ສ້າງ​ຮົງ​ກົງ​ປະຊາ​ທິປະ​ໄຕ​ໄດ້​ລິ​ເລີ່ມ​ແຫ່​ຂະ​ບວນ,​ແລະ​ໄປມອບ​ຈົດໝາຍ​ປະ​ທ້ວງ​ໄປຍັງ​ສະຖານ​ກົງສູນ​ໃຫຍ່​ຂອງ​ຍີ່​ປຸ່ນ​ປະຈຳ​ຮົງ​ກົງຕໍ່​ເນື່ອງ​ກັນ,​ຮຽກຮ້ອງ​ໃຫ້​ລັດຖະບານ​ຍີ່​ປຸ່ນຖອດ​ຖອນ​ບົດຮຽນ​ທາງ​ລົບ​ທາງ​ປະຫວັດ​ສາດ,​ຢຸດຕິ​ຫຼິ້ນ​ກົນອຸບາຍ​ທຸກ​ຢ່າງ​ທີ່​ເວົ້າຍ້ອມ​ສົງຄາມ​ຮຸກ​ຮານ.

ວັນ​ທີ 15 ສິງຫາ ມູນ​ນິທິ​ກອບ​ກູ້​ຊ່ອຍ​ເຫຼືອ​ແມ່ຍິງ​ໄຕ້​ຫວັນ​ໄດ້​​ແຫ່​ຂະ​ບວນ,​ເປັນ​ເພື່ອນ​ນາ​ງບຳ​ເລີ​ທະຫານ​ທີ່​ຍັງ​ມີ​ຊີວິດຢູ່​ໄຕ້ຫວັນ​​ໄປ​ປະ​ທ້ວງ​ຢູ່​ໜ້າ​ສະມາຄົມ​ແລກປ່ຽນ​ຂອງຍີ່​ປຸ່ນ,​ທວງໃຫ້​ລັດຖະບານ​ຍີ່​ປຸ່ນຂໍ​ຂະ​ມາ​ໂທດ​ຢ່າງ​ເປີດ​ເຜີຍ​ໂດຍ​ໄວ,​​​ແລະໄຊ້​ແທນຄ່າ​ເສຍ​ຫາຍ​ແກ່ຜູ້​ຖືກ​ທຳ​ຮ້າຍ.

ວັນ​ທີ 15 ສິງຫາ ຢູ່​ທີ່​ໄຕ​ເປ​ໄດ້​ຈັດ​ງານ​ວາງສະ​ແດງ​ພິ​ເສດ​ເພື່ອ​ລະ​ລຶກ​ສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່​ປຸ່ນຄົບ​ຮອດ​ບ 60 ປີ​ທີ່​ມີ​ວັດຖຸ​ເອກະສານ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນທີ່​ສຳຄັນ 300 ກວ່າຢ່າງ. ​ຢູ່​ນະຄອນ​ກ່າວ​ຊົງ​ກໍ​ໄດ້​ຈັດ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ລະ​ລຶກ​ຕ່າງໆ​ເຊັ່ນ​ງານ​ສົນທະນາ​ແລະ​ງານ​ລາຕີ​ຄອນ​ເສີດ​ເປັນຕົ້ນ.