ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-19 15:48:43    
ຝ່າຍ​ຈີນ​ຕີ​ລາຄາ​ຢ່າງ​ຕັ້ງຫນ້າ​ໃຫ້​ແກ່ບົດບາດ​ທີ່​ສຳ​ຄັນຂອງບັງ​ກະລາ​ເດັດ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ​ອາຊີ​​​ໃຕ້​ແລະ​ວຽກ​ງານສະ​​ຫະປະຊາ​ຊາດ

cri

ຕາມ​ຂ່າວCRI:​ວັນ​ທີ່19 ສິງຫາ ​ໃນ​ເວລາພົບ​ປະ​ທ່ານ​ໂມ​ເຊັດ​ ຄານ ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ບັງ​ກະລາ​ເດັດຢູ່​ປັກ​ກິ່ງ,ທ່ານ​ຖາງ​ເຈຍ​ຊຽນ ທີ່​ເປິກສາ​ແຫ່ງ​ລັດ​ຂອງ​ຈີນກ່າວ​ວ່າ,ຝ່າຍ​ຈີນ​ຕີ​ລາຄາ​ຢ່າງ​ຕັ້ງຫນ້າ​ໃຫ້​ແກ່​ບັງ​ກະລາ​ເດັດ​ທີ່​ໄດ້​ເສີມ​ຂະຫຍາຍບົດບາດ​ສຳຄັນໃນການຊຸກ​ຍູ້​ການຮ່ວມ​ມືພາກ​ພື້ນ​ອາຊີ​ໃຕ້​ແລະ​ວຽກ​ງານ​ສະຫະປະຊາ​ຊາດ.

ທ່ານຖາງ​ເຈຍ​ຊຽນກ່າວ​ວ່າ,ຝ່າ​ຍຈີນຊົມ​ເຊີຍ​ບັງ​ກະລາ​ເດັດ​ທີ່ປະຕິບັດ​ນະ​​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ເປັນ​ກາງແລະ​ບໍ່​ຮ່ວມ​ກຸ່ມມາ​ເປັນ​ເວ​ລາຍາວນານ.ຈີນ​ແລະ​ບັງ​ກະລາ​ເດັດ​ຄວນ​ຮັກສາ​ຜົນ​ປະ​ໂຫຍ​ດຮ່ວມຂອງ​ປະ​ເທດ​ພວມ​ພັດທະນາຢ່າງ​​ເດັດດ່ຽວ.

ທ່າ​ນ​ໂມ​ເຊັດ​ ຄານກ່າ​ວວ່າ,ຝ່າຍ​ບັງ​ກະລາ​ເດັດ​ຖະຫນອມມິດຕະພາບ​ລະຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ,ຖື​ຈີນ​​ເປັນ​ຄູ່​​ຮ່ວມ​ມື​ທີ່ສຳຄັນ.ພາຍ​ໃຕ້​ສະຖານະ​ການ​ປະຈຸ​ບັນ,ບັງ​ກະລາ​ເດັດ​ຍິນ​ດີ​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ກັບ​ຈີນ​ຕື່ມ​ອີກ.