ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-22 11:15:22    
ເຈົ້າ​ໜ້າ​ທີ່​ອົງການ​ປົກຄອງ​ຮົງ​ກົງ​ກ່າວ​ວ່າ​ອົງການ​ປົກຄອງ​ເຂດພິ​ເສດ​ຮົງ​ກົງ​ບໍ່​​ໄດ້​ຫ້າມ​ການ​ສົ່ງປານ້ຳ​ຈືດຂອງ​ເຂດ​ໃນ​​​ເຂົ້າ​ສູ່ຮົງ​ກົງ

cri
ຕາມ​ຂ່າ​ວສານ​ຊິນ​ຮວາ:​​ວັນ​ທີ21​ສິງຫາ,ທ່ານ​​ໂຈ​ວອີ​​ເຢ້,ຫົວໜ້າ​ພະ​ແນ​ກ​ອະນາ​ໄມ​ສະຫວັດ​ດີ​ກາ​ນ​ແລະ​ອາ​ຫານ​​ຂອງ​ອົງ​ການ​ປົກຄອງ​ເຂ​ດພິ​ເສດ​ຮົງ​ກົງກ່າວ​ວ່າ​ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ບໍ່​ໄດ້​ຫ້າມ​ການ​ສົ່ງປາ​ນ້ຳ​ຈືດ​​ຂອງ​ເຂດ​ໃນສົ່ງສົ່ງໃນເຂົ້າ​ສູ່ຮົງ​ກົງ,​ແຕ່ຈະ​ຮຽກຮ້ອງ​​​ໃຫ້​ພາກ​ສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ເຂດ​ໃນເຮັດ​ວຽກ​ງານ​ກວດ​ສອບ​​ໃຫ້​ດີ,​​ເມື່ອ​ໄດ້ຮັບ​ປະກັນຕາມ​ມາດຖານ​ອະນາ​ໄມ​ແລ້ວຈິງ​ສົ່ງ​ອອກ​ໄດ້,ອົງ​ການ​ປົກຄອງ​ກໍ່ຈະ​​ເລັ່ງລັດ​ເຮັດວຽກ​ງານ​ຖອດເອົາ​ຕົວຢ່າງ​ກວດ​ສອບ,ປະກາດ​ຜົນ​ກວດ​ສອບ​​ໂດຍ​​ໄວ,ຮັບປະກັນ​ສຸຂະ​ພາບ​ຂອງ​​ໄທເມືອງ.

 ທ່ານ​​ໂຈ​ວ​ອີ​ເຢ້ກ່າວ​ວ່າ,ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ໄດ້​ຖອດ​ເອົາຕົວຢ່າງກວດ​ສອບ​ປາ​ນ້ຳ​ຈືດ29​ຊະນິດ​ໃນ​ຕະຫຼາດ​​ໃນ​ສອງ​ມື້​ລຽນຕິດ,​ໃນ​ຕົວຢ່າງ​ປາ​ນ້ຳ​ຈືດ​ຂາ​ເຂົ້າ25​ຊະນິດ,ມີ10​ຊະນິດ​ຢັ້ງຢືນ​​ເຫັນ​ວ່າ​​ມີ"ສີຂຽວ​ມາລາ​ຊີ​​ເທີ"​ເຊິ່ງ​ເປັນສານ​ທີ່​ອາດຈະ​​ພາ​​ໃຫ້ເກີດ​ມະ​ເຮັງ,​ອົງການ​ປົກຄອງ​​ໄດ້ສົ່ງ​ຜົນ​ກວດ​ສອບທີ່​ກ່ຽວ​ຂ້ອງ​​ໄປ​​ໃຫ້​ພາກສ່ວນທີ່​ກ່ຽວຂ້ອງ​​ຂອງ​ເຂດ​ໃນ​,​ແລະ​ຮຽກຮ້ອງ​​​ໃຫ້​​ເຂດ​ໃນເພີ່​ມທະວີ​ການ​ກວດ​ສອບ.