|
 |
(GMT+08:00)
2005-08-23 11:20:43
|
 |
ອົງການນິຕິບັນຍັດຈິນຈັດກອງປະຊຸມ ກົດໝາຍວ່າດ້ວຍການປ້ອງກັນສິດຜົນປະໂຫຍດແມ່ຍິງ ທີ່ປັບປຸງໃໝ່ມີຫວັງຈະນຳອອກ
cri
ຕາມຂ່າວCRI ວັນທີ23ສິງຫາ ກອງປະຊຸມຄັ້ງທີ17ຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນທີ່ຈະຈັດເປັນເວລາ6ມື້ເໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ ກອງປະຊຸມຄັ້ງນີ້ມີຫວັງຈະປະກາດໃຊ້ກົດໝາຍປັບປຸງໃໝ່ສາມສະບັບ ຄື ກົດໝາຍວ່າດ້ວຍການປ້ອງກັນສິດຜົນປະໂຫຍດແມ່ຍິງແລະອື່ນໆ ,ແລະຈະພິຈາລະນາຮ່າງກົດໝາຍອີກ5ສະບັບ ຄື ກົດໝາຍວ່າດ້ວຍພາສີລາຍໄດ້ຂອງສ່ວນບຸກຄົນ ສະບັບດັດແກ້ ແລະອື່ນໆ.
ຕາມໄດ້ຊາບ ການປັບປຸງ ກົດໝາຍວ່າດ້ວຍການປ້ອງກັນສິດຜົນປະໂຫຍດແມ່ຍິງຄັ້ງນີ້ມີຈຸດປະສົງບູລະນະລະບອບປົກປ້ອງສິດຜົນປະໂຫຍດແມ່ຍິງໃຫ້ຄົບຖ້ວນຕື່ມອີກ ສະແດງໃຫ້ເຫັນຫຼັກການສະເໝີພາບລະຫວ່າງຍິງຊາຍ ການປັບປຸງ ກົດໝາຍວ່າດ້ວຍພາສີລາຍໄດ້ຂອງສ່ວນບຸກຄົນ ແມ່ນຖືການຫຼຸດຄວາມໂຕນກັນດ້ານລາຍໄດ້ຂອງປະຊາຊົນຈີນໃນປັດຈຸບັນເປັນຈຸດປະສົງ.
ນອກນີ້ ສົນທິສັນຍາສາກົນແລະສົນທິສັນຍາສອງຝ່າຍລວມ4ສະບັບ ຄື ສົນທິສັນຍາຂອບຄວບຄຸມຢາສູບ ສົນທິສັນຍາລົບລ້າງການຈຳແນກດ້ານປະກອບອາຊີບແລະອາຊີບປີ1958 ແລະອື່ນໆ ກໍ່ຈະສະເໜີໃຫ້ຄະນະ ປະຈຳສະພາປະຊາຊົນແຫ່ງຊາດຈີນຜ່ານຮັບຮອງໃນກອງປະຊຸມຄັ້ງນີ້.
|
|
|