ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-24 12:58:49    
ທ່ານ​ທາງ​ເຈຍ​ສວນ​ກ່າວ​ວ່າ ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ຈີນ​ອາ​ຟຼິ​ກາ​ກາຍ​ເປັນ​ແທ່ນ​ທີ່​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ສົນ​ທະ​ນາ​ແລະ​ຮ່ວມ​ມື​ກັນ​ຢ່າງ​ບັງ​ເກີດ​ຜົນ

cri
ຕາມ​ຂ່າວ​ສານ​ຊີນ​ຮວາ ວັນ​ທີ23​ສິງ​ຫາຢູ່ທີ່​ປັກ​ກິ່ງ ທ່ານ​ທາງ​ເຈຍ​ສວນ ທີ່ເປິກ​ສາ​ແຫ່ງ​ລັດ​ຈີນ​ກ່າວວ່າ ​ເວທີ​ປາ​ໄສ​​ຮ່ວມ​ມື​ຈີນ​ອາ​ຟຼິ​ກາ​​ໄ​ດ້ກາຍ​ເປັນ​ແທ່ນ​ທີ່​​ໃຫ້ສອງ​ຝ່າຍ​ເພີ່ມທະ​ວີການ​ສົນທະ​ນາ​ການເມືອງ​ແລະການ​ຮ່ວມ​ມືຕົວ​ຈິງຢ່າງ​ບັງ​ເກີດ​ຜົນ.

ໃນເວລາທ່ານທາງ​ເຈຍ​ສວນພົບປະຫົວໜ້າຄະ​ນະຜູ້ແທນປະ​ເທດອາຟຼິກາທີ່​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຄັ້ງ​ທີ4ຂອງ​ເວທີ​ປາ​ໄສ​​ຮ່ວມ​ມື​ຈີນ​ອາ​ຟິຼ​ກາ ທ່ານ​ກ່າວ​ວ່າ, ຄວາມຈິງ​ໃຈ​ໄມ​ຕີ​ຈິດ ສະ​ເໝີ​ພາບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ສາມັກ​ຄີ​ຮ່ວມ​ມື​ແລະ​ພ້ອມ​ກັນ​ພັດ​ທະ​ນາ ​ແມ່ນຫຼັກການ​ສຳ​ຄັນ​ຂອງ​ການ​ໄປ​ມາ​ຫາ​ສູ່​ກັນ​ແລະການ​ຮ່ວມ​ມືກັນ​ລະຫວ່າງ​ຈີນ​ກັບອາ​ຟະ​ລິ​ກາ, ​ແລະກໍ່​ແມ່ນ​ການ​ຄ້ຳປະກັນ​ອັນແຂງ​ແຮງ​ໃຫ້ສາຍ​ສຳ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຟຼິ​ກາ​ໝັ້ນ​​​​ຄົງ​​ຖາວອນ.

ທ່ານ​ຮາ​ຍກິ​ລົສ ທູດ​ພິເສດ​ຂອງ​ເວທີ​ປາ​ໄສລັດຖະບານ​ເອຕີ​ໂອ​ປີ​ປະ​ເທດ​ປະທານ​ຮ່ວມ​ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​ຈີນ​ອາ​ຟຼິກາກ່າວ​ວ່າ ປະ​ເທດ​ອາ​ຟິຼ​ກາ​​ເອົາ​ໃຈ​ໃສ່​ນຳການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ​ອາ​ຟິຼກາ​ກັບຈີນພາຍ​ໃນ​ຂອບ​ເວທີ​ປາ​ໄສ,ຍິນ​ດີ​ພ້ອມກັນ​ກັບ​ຝ່າຍ​ຈີນ​ທຳ​ຄວາມ​ພະຍາຍາມ ​ເພີ່ມ​ພະລັງ​ຊີວິດ​ໃໝ່​ເຂົ້າ​ໃນ​​ມິ​ດຕະພາບ​​ອາ​ຟຼິ​ກາ​ຈີນ