ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-24 14:17:27    
ຈີນ​ຈະ​ສ້າງ​ກົດ​ໝາຍ​ອຳ​ນວຍ​ສິດ​ຍົກ​ເວັ້ນ​ດ້ານ​ຕຸ​ລາ​ການ​ທີ່​ມີ​ຈຳກັດ​ໃຫ້ແກ່​ທະ​ນາ ຄານ​​ກາງ​ຕ່າງ​ປະ​ເທດ

cri Author: min
ຕາມ​ຂ່າວCRI: ຈີນ​ຈະ​ສ້າງ​ກົດໝາຍ​ອຳນວຍ​ສິດ​ຍົກ​ເວັ້ນ​ດ້ານ​ຕຸລາ​ການ​ຢ່າງ​ມີ​ຈຳກັດ​ສຳລັບ​ທະນາ​ຄານ​ກາງ​ຂອງ​ຕ່າງປະ​ເທດ. ວັນ​ທີ 24 ສິງຫາ ຄະນະ​ກຳມະການ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເຊິ່ງ​ເປັນ​ອົງການ​ນິຕິ​ບັນຍັດ​ຂອງ​ຈີນ​ຈະ​ພິຈະ​ລະ​ນາ​ຍັດຕິ​ທີ່ກ່ຽວກັບ​ມະຕິ​ຕົກລົງ​ດັ່ງກ່າວ​.

ຕາມ​ຫຼັກການ​ທີ່​ກ່ຽວຂ້ອງ​ໃນ​ກົດໝາຍ​ສາກົນ ຊັບ​ສິນ​ຂອງ​ທະນາຄານ​ກາງ​ຂອງ​ປະ​ເທດ​ໜຶ່ງ​ແມ່​ນຊັບ​ສິນ​ຂອງ​ລັດທີ່​ພົວພັນ​ເຖິງ​ການ​ໃຊ້​ອຳ​ນາດ​ອະ​ທິ​ປະ​​​ໄຕ, ມີ​ສິດ​ຍົກ​ເວັ້ນ​ທີ່​ບໍ່​ຖືກ​ສານ​ຕ່າງປະ​ເທດ​ຄຸ້ມ​ຄອງ​.

ລັດຖະບານ​ຈີນ​ສະ​ເໜີ​​ໃຫ້​ພິຈາລະນາ​ຍັດຕິ​ດັ່ງກ່າວ​ແມ່ນ​ອິງ​ຕາມ​ປະ​ເພ​ນີ​ທົ່ວ​ໄປ​ຂອງ​ສາ​ກົນ ປະຕິບັດ​ການ​ຍົກ​ເວັ້ນ​ດ້ານ​ຕຸລາການ​ຢ່າງ​ມີ​ຈຳກັດ​ຕໍ່ຊັບ​ສິນຂອງ​ທະນາຄານ​ກາງຂອງ​ຕ່າງປະ​ເທດ. ຕາມ​ຊາບ​ວ່າ ຫຼັງຈາກ​​​ຍັດຕິ​ດັ່ງກ່າວ​​ໄດ້​ຜ່ານ​ຮັບຮອງແລ້ວ ຂໍ້​ຕົກລົງ​ທີ່​ກ່ຽວຂ້ອງ​ຍັງ​ຈະ​ຖືກ​ຈັດ​ເຂົ້າ​ເປັນ​ພາກ​ຜະໜວກ​ຂອງ​​ກົດໝາຍ​ພື້ນຖານ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ ​ແລະ​ມາ​ກາວ​ຂອງ​ປະ​ເທດ​ຈີນ.