ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-25 11:21:06    
ຮົງ​ກົງຈະ​ສືບຕໍ່​ຮັກສາ​ການ​ພົວພັນ​ຢ່າງ​ສະຫນິດ​ແຫນ້ນກັບ​ລັດ​ຖະບານ​ກາງ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ24 ສິງຫາ,ທ່ານ​​​ເຈິ​ງອີນຊວນ ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງກ່າວ​ວ່າ,​ ​ເຂດ​ໃນ​ແລະຮົງກົງຂະຫຍາຍ​ການຕິດ​ຕໍ່ພົວພັນກັນ​ຢ່າງ​ສະຫນິດ​ແຫນ້ນກວ່າ​​ເກົ່າ,ກໍ່​ແມ່ນ​​ເພື່ອພະ​ຍາ​ຍາມ​ສຸດ​ຂີດເສີມ​ຂະຫຍາຍ​ທ່າ​ແຮງຂອງ​​"ສອງ​ລະບອບ"ພາຍ​ໃນ"​ປະ​ເທດ​ດຽວ",​ແລ້ວ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ທ່ານ​ເຈິງ​ອີນຊວນແມ່ນ​ໃຫ້​ທັດສະນະ​ດັ່ງ​ກ່າວ​ໃນ​ເວລາ​ກ່າວ​ປາຖະກະຖາ​ໃນງານ​ລ້ຽງ​ອາຫານທ່ຽງທີ່​ຈັດ​ຂຶ້ນ​ຢູ່ສະ​ໂມ​ສອນ​ນັກ​ຂ່າວ​ຕ່າງປະ​ເທດ​ຮົງ​ກົງ​ໃນ​ມື້​ດຽວ​ກັນ.

ທ່ານ​​ເຈິງ​ອີນຊວນ​ກ່າວ​ວ່າ,ຖ້າຮົງ​ກົງຈະກ້າວ​ໄປຫນ້າຕໍ່​ໄປ,ກໍຕ້ອງ​ພະຍາຍາມ​ ​​ເສີມ​ຂະຫຍາຍ​ທ່າ​ແຮງຂອງ​ຕົນ, ​ຮັກສາ​ການ​ພົວພັນ​ແບບໄຂ​ປະຕູ,​ກົງ​ໄປ​ກົງ​ມາ,ຫມັ້ນ​ຄັງແລະເລິກ​ເຊິ່ງກັບ​ລັດຖະບານ​ກາງ.​ເຂດ​ໃນ​ແລະຮົງ​ກົງ​ຂະ​ຫຍາ​ຍການ​ພົວພັນ​ສະຫນິດ​​ແຫນ້ນກ່ວາ​ເກົ່າ​ບໍ່​ຫ່ອນ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່"ສອງ​ລະບອບ".