ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-26 11:45:59    
ທ່ານ​ປະ​ທານ​ຫູ​ຈີນ​ທາວ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ແ​ລະ​ປະ​ເທດ​ອື່ນໆ​​ແມ່ນ​ເພື່ອ​ສົນ​ທະ​ນາ​ກັນ​ເພິ່ມ​ຂຶ້ນ ​ເພິ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ກັນ ຊຸກ​ຍູ້​ການ​ຮ່ວມ​ມື​​​ກັນ​ແລະ​ພ້ອມ​ກັນ​ພັດ​ທະ​ນາ

cri

ຕາມ​ຂ່າວສານ​ຊິນ​ຮວາ:​ແຕ່ວັນ​ທີ5​ຮອດ​ວັນ​ທີ17​ກັນຍາ,​ທ່ານ​ຫູ​ຈີນ​ທາວ​ປະທານ​ປະ​​ເທດ​ຈີນ​ຈະ​​ໄປຢ້ຽມ​ຢາມອາ​ເມ​ລິ​ກາ ກາ​ນາ​ດາ​ແລະ​ເມັກ​ຊິກທາງ​ລັດຖະ​ກິດ​ແລະ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ວັນ​ສ້າງ​ຕັ້ງອົງ​ການ​ສະຫະ​ປະ​ຊາ​ຊາດ​​ຄົບຮອບ60​ປີ.​​ວັນ​ທີ25​ສິງ​ຫາ,​​ໃນ​ເວລາ​ທ່ານ​ຫຼີຈ້າວ​ສີ່ງ​ລັດຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ຈີນ​​ໃຫ້​ສຳພາດ​ໂດຍ​ສະ​ເພາະ​ຕໍ່ກ​ຂ່າວ,ທ່ານ​ກ່າວ​ວ່າ,ຈຸດ​ປະສົງທ່ານ​ປະ​ທານ​ຫູ​ຈີນ​ທາວໃນ​ການ​ຢ້ຽມ​ຢາມ​ເທື່ອ​ນີ້​ແມ່ນ​ເພື່ອ​ສົນ​ທະ​ນາ​ກັນ​ເພິ່ມຂຶ້ນ ​ເພິ່ມຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​​ກັນ ຊຸກ​ຍູ້​ການ​ຮ່ວ​ມມື​ແລະ​ພ້ອມ​ກັນ​ພັດ​ທະ​ນາ.​


ທ່ານ​ຫຼີ​ຈ້າວ​ສີ່ງ​ກ່າວ​ວ່າ,ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ຢ່າງ ກວ້າງ​ຂວາງ​ແລະ​ສຳ​ຄັນ.ຝ່າຍ​ຈີນ​ຍິນ​ດີຊຸກ​ຍູ້​ສາຍ​ພົວ​ພັນ​ການ​ຮ່ວມ​ມື​ທີ່​ມີ​ລັກ​ສະນະ​ສ້າງ​ສັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໃຫ້​ຂະ​ຫຍາຍ​ຕົວຕື່ມ​ອີກ,ບົນ​ພື້ນ​ຖານ​ຫຼັກການ​ໃນ​ປະກາດ​ແຈ້ງ​ການ​ຮ່ວມ3ສະບັບຈີນ​ອາ​ເມ​ລິ​ກາ.

ທ່ານ​ຫຼີ​ຈ້າວ​ລີ່​ງຍັງ​​ແນະ​ນຳວ່າ,​ໃນ​ກອງ​ປະຊຸມ​ສຸດ​ຍອດ​ວັນ​ສ້າງ​ຕັ້ງ​ອົງ​ການ​ສະຫະ​ປະ​ຊາ​ຊາດ​​ຄົບ​ຮອບ​60​ປີ,ທ່ານ​ປະທານ​ຫູ​ຈີນ​ທາວ​ຈະ​ບັນລະ​ຍາຍ​ທັດ​ສະ​ນະແລະ​ຫຼັກ​ໝັ້ນ​ຂອງ​ຈີນ​ຕໍ່​ສະ​ຖາ​ນະ​ການ​ສາ​ສົນ​ໃນ​ສະ​ເພາະ​ໜ້າ​ນີ້​ແລະ​ບັນ​ຫາ​ສາ​ກົນ​ທີ່ສຳ​ຄັນ,​ແລະ​ຈະ​ສະ​ເໜີ​ເຈດ​ຈຳ​ນົງ​ລະ​ອຽດ​ຕໍ່ບັນຫາ​ຕ່າງໆ,​ເຊັ່ນ​ສົ່ງ​ເສີມ​ບົດ​ບາດ​ຂອງ​ອົງ​ການ​ສະຫະ​ປະຊາ​ຊາດ​ ແລະ​ຊຸກ​ຍູ້​ການ​ປະຕິ​ຮູບ​ຂອງ​ອົງ​ການ​ສະ​ຫະ​ປະຊາ​ຊາດ​ເປັນ​ຕົ້ນ.​