ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-28 17:58:43    
ອົງການ​ອຳນາດ​ຂອງ​ຈີນ​ເຕືອນ​ໃຫ້​ລັດຖະບານ​ເຮັດ​ວຽກ​ເສດຖະກິດ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້​ໃຫ້​ດີ, ​ເຈາະ​ຈົງ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງທີ່​ພົ້ນ​ເດັ່ນ

cri Author: MO
ຕາ​ມຂ່າວCRI:ວັນ​ທີ 28 ສິງຫາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ອູ​ປ່າງ​ໂກວ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ເຊິ່ງ​ເປັນ​ອົງການ​ອຳນາດ​ສູງ​ສຸດຂອງ​ຈີນ​ເຫັນ​ວ່າ, ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້, ລັດຖະບານ​ຄວນ​ເຮັດ​ວຽກ​ເສດຖະກິດ​ໃຫ້​ດີ, ​ເຈາະ​ຈົງ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ແລະບັນຫາທີ່​ພົ້ນ​ເດັ່ນ​ຈຳນວນ​ໜຶ່ງ.

ທ່ານ​ອູ​ປ່າງ​ໂກວ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ຄັ້ງທີ 17 ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 10 ທີ່​ອັດ​ລົງ​ໃນ​ມື້​ດຽວ​ກັນ. ບົດ​ລາຍ​ງານ​ກ່າວ​ວ່າ, ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້, ລັດຖະບານ​ຈີນ​ຈະ​ປະຕິບັດ​ນະ​ໂຍບາຍ​ດັດສົມ​ມະຫາ​ພາກຕໍ່​ໄປ.

ທ່ານ​ອູ​ປ່າງ​ໂກວກ່າວ​ວ່າ, ສະມາຊິກ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເຫັນ​ວ່າ, ວຽກ​ງານ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້ຄວນ​ເອົາ​ການ​ປັບປຸງ​ອົງ​ປະ​ກອບ, ການ​ປະດິດ​ສ້າງ​ວິທະຍາສາດ​​ເຕັກນິກ​ໃໝ່, ​ປະຢັດພະລັງງານ, ເຮັດ​​ໃຫ້ການ​ສິ້ນ​ເປືອງຫລຸດ​ໜ້ອຍ​ລົງ, ​ແລະ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ຊັ້ນ​ເລິກ​ໄວ້​ຢູ່​ຖານະ​ພົ້ນ​ເດັ່ນ, ຫັນປ່ຽນ​ວິທີ​ການ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ແທ້​ຈິງ, ​​ເຈາະ​ຈົງ​ແກ້​ໄຂ​ບັນຫາ​ຕົວ​ຈິງ​ຂອງ​ມວນ​ຊົນ​ຜູ້​ທຸກ​ຍາກ.