ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-28 18:09:38    
ສະພາຈີນ​ຈະ​ຈັດ​ງານ​ຟັງ​ຄຳ​ໃຫ້ການ​, ຂໍ​ຄວາມ​ເຫັນ​ນຳ​ບັນດາ​ຝ່າຍ​ກ່ຽວ​ກັບ​​ເສັ້ນ​ພື້ນ​ຖານ​ເກັບ​ອາ​ກອນ​ລາຍ​ໄດ້​ສ່ວນ​ຕົວ​ບຸກ​ຄົນ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 28 ສິງຫາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ອູ​ປ່າງ​ໂກວ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ເຊິ່ງ​ເປັນ​ອົງການ​ນິຕິບັນຍັດ​ຂອງ​ຈີນ ​ພ້ອມ​ດ້ວຍ​ຄະນະ​ປະຈຳ​ສະພາຈະຈັດ​ງານ​ຟັງ​ຄຳ​ໃຫ້ການ​ເປັນຄັ້ງທຳ​ອິດ​ໃນ​ວັນ​ທີ 27 ຕຸລາ, ​ເພື່ອ​ຂໍຄວາມ​ເຫັນ​ຂອງ​ບັນດາ​ຝ່າຍ​ກ່ຽວ​ກັບ​ບັນຫາ​​ເສັ້ນພື້ນຖານ​ເກັບອາ​ກອນ​ລາຍ​ໄດ້​ສ່ວນ​ຕົວບຸກຄົນ​ໃນຮ່າງກົດໝາຍ​ວ່າ​ດ້ວຍ​ອາກອນ​ລາຍ​ໄດ້​ສ່ວນ​ຕົວ​ບຸກຄົນສະບັບ​ປັບປຸງ.

ທ່ານ​ອູ​ປ່າງ​ໂກວ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ຄັ້ງທີ 17 ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 10 ທີ່​ອັດ​ລົງ​ໃນ​ວັນ​ທີ 28. ​ໃນ​​ໄລຍະ​ກອງ​ປະຊຸມ​ເທື່ອ​ນີ້, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອາກອນ​ລາຍ​ໄດ້​ສ່ວນ​ຕົວ​ບຸກຄົນສະບັບ​ປັບປຸງ​ຖືກ​ຍື່ນ​ໃຫ້​ພິຈາລະນາ, ຮ່າງ​ກົດໝາຍ​ໄດ້​ຍົກ​ສູງ​​ເສັ້ນພື້ນຖານ​ເກັບອາກອນ​ລາຍ​ໄດ້​ສ່ວນ​ຕົວບຸກຄົນ, ​ແລະ​ເພີ່ມ​ຄວາມ​ແຮງ​ໃນ​ການເກັບອາກອນຕໍ່​ຜູ້​ມີ​ລາຍ​ໄດ້​ສູງ, ​ເພື່ອ​ຫລຸດ​ຄວາມ​ຜິດໂຕນ​ກັນ​ດ້ານ​ການ​ແຈກ​ຢາຍ​ລາຍ​ໄດ້​ຂອງ​ປະຊາຊົນ​ຈີນ​ໃນ​ປັດຈຸບັນ​ໃຫ້​ໜ້ອຍ​ລົງ.