ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-28 20:08:00    
ງານ​ປາ​ຖະ​ກະ​​ຖາ​ກ່ຽວ​ກັບ"​ການ​ຈ້ອງ​ມອງ​ການ​ພົວ​ພັນ​ສອງ​ຝັ່ງ"ຈັດ​ຂຶ້ນ​ຢູ່​ມາ​ກາວ

cri Author: da
ຕາມ​ຂ່າວCRI: ວັນ​ທີ 28 ສິງຫາ, ງານ​ປາຖະກະ​​ຖາກ່ຽວ​ກັບ"ການ​ຈ້ອງ​ມອງ​ການ​ພົວພັນ​ສອງ​ຝັ່ງ"​ໄດ້ຈັດ​ຂຶ້ນ​ຢູ່​ມາ​ກາວ.ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຫັນ​ວ່າ,​ໃນການ​ພົວພັນ​ລະ​ຫວ່າງ​ສອງ​ຝັ່ງ​ສະ​ເພາະ​ໜ້າ​ນີ້​ ປັດ​ໄຈ​ອັນຕັ້ງ​ໜ້າທີ່​ມີ​ຜົນດີ​ຕໍ່​ການ​ສະກັດ​ກັ້ນການ​ເຄື່ອນ​ໄຫວ​​ແຍກ​ໄຕ້​ຫວັນ​ເປັນ​ເອກະ​ລາດ​ພວມ​ເພີ່ມ​ຫຼາຍ​ຂຶ້ນ,ທະ​ແນມ​​ແຕ່​ເດັດດ່ຽວ​ສະກັດ​ກັ້ນການ​ເຄື່ອນ​ໄຫວ​ແຍກ​ໄຕ້​ຫວັນ​ເປັນ​ເອກະ​ລາດ,​ແລ້ວ​ກໍ​ສາມາດ​ປົກ​ປັກ​ຮັກສາ​ສັນຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ຊ່​ອງ​ແຄບ​ໄຕ​ຫວັນ,​ຮັບປະ​ກັນ​ຜົນ​ປະ​ໂຫຍ​ດຕິດ​ຕົວຂອງ​ພີ່​ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​.

ບຸກຄົນ​ທີ່ກ່ຽວຂ້ອງ​ຂອງ​ປັກ​ກິ່ງ ​ຊຽງ​ໄຮ້​ ມາ​ກາວແລະ​ໄຕ້​ຫວັນ​​ໄດ້​ຂຶ້ນກ່າວ​ປາຖະກະ​ຖາ​.

ທ່ານ​ເສີນ​ກຸ້ຍ​ໂຈ່​ວ ຮອງ​ປະທານ​ສະມາ​ພັນ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ທົ່ວ​ປະ​ເທດ​ຈີນ​ເວົ້າ​ວ່າ,​ແຕ່​ເດືອນ​ມິ​ນາປີ​ນີ້​ເປັນ​ຕົ້ນ​ມາ,ປະ​ທານ​ຂອງ​ພັກ​ກົກ​ມິນ​ຕັງ​ຈີນ ພັກ​ຊິນ​ມິນ​ຕັງ​ແລະ​ພັກ​ຊິນ​ຕັງ​ໄດ້​ພາຄະ​ນະ​ຢ້ຽມຢາມ​ແຜ່ນ​ດິນ​ໃຫຍ່​ເປັນ​ລຳ​ດັບ,​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ຫຼາຍຂໍ້,​ໄດ້​ຮັບ​ຜົນ​ອຸດົມ​ສົມ​ບູນ,​ທັງ​ນີ້​ມີ​ບົດບາດ​ຕັ້ງ​ໜ້າ​ຕໍ່​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃນ​ແລະ​ຜ່ອນ​ຍານ​ຄວາມ​ເຫັນ​ຕ່າງ​ກັນ​ລະຫວ່າງ​ປວງ​ຊົນ​ແລະ​ພັກ​ຂອງ​ສອງ​ຝັ່ງ ​ກໍ​ຄື​ຕໍ່​ການ​ປົກ​ປັກ​ຮັກ​ສາ​ສັນຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ຊ່​ອງ​ແຄບ​ໄຕ້​ຫວັນ.