|
![](/images/spacer.gif) |
(GMT+08:00)
2005-08-29 17:49:16
|
ກອງປະຊຸມປະຈຳປີຂອງສະມາຄົມຄົ້ນຄວ້າແມ່ຍິງຈີນປີ2005ກໍຄືກອງປະຊຸມເວທີປາໄສ"ປັກກິ່ງ+10"ໄດ້ເປີດສາກຢູ່ປັກກິ່ງ
cri
ຕາມຂ່າວcri:ວັນທີ29ສິງຫາ,ກອງປະຊຸມປະຈຳປີຂອງສະມາຄົມຄົ້ນຄວ້າແມ່ຍິງຈີນປີ2005ກໍຄືກອງປະຊຸມເວທີປາໄສ"ປັກກິ່ງ+10"ໄດ້ເປີດສາກຢູ່ປັກກິ່ງ,ກອງປະຊຸມຄັ້ງນີ້ແມ່ນຈັດຂຶ້ນເພື່ອລະລຶກກອງປະຊຸມແມ່ຍິງໂລກຄັ້ງທີ4ຂອງອົງການສະຫະປະຊາຊາດຄົບຮອບ10ປີ.
ສະຫະພັນແມ່ຍິງທົ່ວປະເທດຈີນ ຜູ່ຮັບຜິດຊອບຂອງພາກສ່ວນທີ່ກ່ຽວຂ້ອງແລະສະມາຊິກສະມາຄົມຄົ້ນຄວ້າແມ່ຍິງຈີນເປັນຕົ້ນເກືອບ300ຄົນໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.ໃນກອງປະຊຸມທີ່ຈະດຳເນີນ3ມື້ນີ້,ຜູ່ເຂົ້າຮ່ວມກອງປະຊຸມຈະອະພິປາຍ13ຫົວຂໍ້,ເຊັ່ນແມ່ຍິງກັບຄວາມທຸກຍາກ ແມ່ຍິງກັບການສຶກສາ ຄັດຄ້ານການໃຊ້ກຳລັງຮຸນແຮງຕໍ່ແມ່ຍິງ ແລະກົນໄກຍົກຖານະຂອງແມ່ຍິງສູງຂຶ້ນ
|
|
|