ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-29 20:45:02    
ງານ​ສົນ​ທະ​ນາ​ລະ​ລຶກ​ສົງ​ຄາມ​ຕໍ່​ຕ້ານ​ຍີ່​ປຸ່ນ​ໄດ້​ຮັບ​​ໄຊ​ຊະ​ນະ​​ແລະ​ໄຕ້​ຫວັນ​ກັບ​ຄືນ​ປະ​ເທດ​ຄົບ​ຮອບ​60​ປີ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ29​ສິງ​ຫາ,ສະ​ມາ​ຄົມ​ຊຸກ​ຍູ້ການ​ໂຮມຈີນ​ເຂົ້າ​ເປັນ​ເອ​ກະ​ພາບ​​ໂດຍສັນ​ຕິ​​ແລະ​"ສະ​ມາ​ຄົມ​​ຊຸກ​ຍູ້​ການ​ໂຮມ​ຈີນ​ເຂົ້າ​​ເປັນ​ເອ​ກະ​ພາບ​ທາງ​ວັດ​ທະ​ນະ​ທຳ"ໄຕ້​ຫວັນໄດ້ຈັດ​ງານສົນທະ​ນາຢູ່ທີ່ປັກ​ກິ່ງ,ເພື່ອ​ລະລຶກ​ສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນ​ໄດ້​ຮັບ​​ໄຊ​ຊະນະ​ຄົບຮອບ60ປີ​ແລະ​ໄຕ້​ຫວັນ​ກັບຄືນ​ປະ​ເທດ​ຄົບ​ຮອບ60​ປີ​.

ໃນ​ງານ​ສົນທະ​ນາ,ທ່າ​ນຈາງ​ເຄີ​ຮູ່ຍ​ຮອງຫົວໜ້າ​ສະມາຄົມ​ຊຸກ​ຍູ້​ການ​ໂຮມ​ຈີນ​​ເຂົ້າ​ເປັນ​ເອກະ​ພາບ​ກັນ​​ໂດຍ​ສັນຕິ​ຊີ້​ອອກ​ວ່າ,ການ​ຕໍ່​ສູ້​ຂອງ​ທະ​ຫານ​​ແລະ​ປະຊາ​ຊົນ​ໄຕ້​ຫວັນ​ຕໍ່​ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ​ແມ່ນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງປະ​ຫວັດ​ສົງ​ຄາມປະ​ຊາ​ຊົນຈີນ​ຕໍ່​ຕ້ານ​ຍີ່​ປຸ່ນ.ພີ່ນ້ອງ​ຮ່ວມ​ຊາດ​​ໄຕ້​ຫວັນ​ທີ່​ຕໍ່​ຕ້ານ​ຍີ່​ປຸ່ນນັບ​ບໍ່​ຖ້ວນ​ໄດ້ປະ​ກອບ​ສ່ວນ​ຢ່າງ​ຫຼວງ​ຫຼາຍ​ເຂົ້າ​ໃນສົງ​ຄາມຕໍ່​ຕ້ານຍີ່ປຸ່ນ​ຂອງ​ປະ​ຊາຊົນ​ຈີນ​ໄດ້​ຮັບ​ໄຊ​ຊະ​ນະ​​.

ເມື່ອ​ທ່ານ​ຈິງຢູງເສີ່ນ​ຫົວ​ໜ້າ​ຄະ​ນະ​ຜູ່ແທນ​ຂອງ"ສະມາ​ຄົມ​ຊຸກ​ຍູ້ການ​ໂຮມ​ຈີນ​ເຂົ້າ​ເປັນ​ເອ​ກະ​ພາບ​ທາງ​ວັດທະນະທຳ​​​"​ໄຕ້​ຫວັນ​ໄດ້​ປະ​​ກອບ​ຄຳ​​ເຫັນ​ໃນ​ງານ​ສົນ​ທະນາ,ທ່ານ​ຮຽກ​ຮ້ອງ​ຄົນ​ຈີນ​ຢູ່ສອງ​ຝັ່ງ​ຕ້ອງ​ສາ​ມັກຄີ​ກວ່າ​​ເກົ່າ​ເກາະ​ແຂນ​ກັນ​ສູ້​ຊົນ​ເພື່ອ​ເຮັດ​ໃຫ້​ປະຊາ​ຊາດ​ຈີນ​ມີ​ຄວາມ​ຈະ​ເລີ​ນ​ແລະ​​ໂປ​​ໂລ​ຂຶ້ນ​​ໃນ​ສັດຕະວັດ​​ໃໝ່.