ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-31 16:35:19    
ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ອິນ​ໂດ​ເນ​ເຊຍ​ຊຸກ​ຍູ້​ການຂະ​ຫຍາ​ຍ​​ສາຍ​ພົວພັນຄູ່​ຂາຍຸດ​ທະ​ສາດ​ຈີນ​ອາຊຽນ

cri
ຕາມ​ຂ່າວCRI: ວັນ​ທີ 31 ສິງຫາ, ​ໃນ​ເວລາ​ພົບ​ປະ​ທ່ານ​ຢູຊຸ​ຟ ຄາ​ລາ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊ​ຍຢູ່​ທີ່​ປັກ​ກິ່ງ, ທ່ານ​ເຈິ່ງ​ຊິ້ງ​ຮົງ ຮອງ​ປະທານ​ປະ​ເທດ​ຈີນ​ເວົ້າ​ວ່າ, ຈີນ​ຍິນ​ດີ​ເພີ່ມ​ເນື້ອ​ໃນ​ໃຫ້ສາຍ​ພົວພັນຄູ່ຂາ​ຍຸດ​ທະ​ສາດ​ກັບ​ອິນ​ໂດ​ເນ​ເຊຍ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະ​ຍິນ​ດີ​ພ້ອມ​ກັນ​ກັບ​ອິນ​​ໂດ​ເນ​ເຊຍ, ຊຸກ​ຍູ້​ສາຍ​ພົວພັນ​ຄູ່​ຂາຍຸດ​ທະ​ສາດ​ລະຫວ່າງຈີນ​ກັບອາຊຽນ​ໃຫ້​ຂະ​ຫຍາ​ຍຕົວ​ອອກ.

ທ່ານ​ເຈິ່ງ​ຊີ້ງ​ຮົງກ່າວລື້​ມ​ວ່າ, ຈີນ​ຈະ​ສືບ​ຕໍ່ຕັ້ງ​ໜ້າ​ສະໜັບສະໜູນ​ວຽກ​ງານ​ສ້າງສາ​ເຂດ​ປະສົບ​ໄພຄື້ນຊືນາ​ມີຢູ່ອິນ​ໂດ​ເນ​ເຊຍຄືນ​ໃໝ່.

ທ່ານ​ຢູຊຸ​ຟກ່າວ​ວ່າ, ລັດຖະບານ​ອິນ​ໂດ​ເນ​ເຊຍ​​ເອົາ​ໃຈ​​ໃສ່ນຳສາຍ​ພົວພັນ​ຄູ່ຂາ​ຍຸດ​ທະ​ສາດ​ກັບຈີນ​ໃນ​ລະດັບ​ສູງ, ​ຈະ​ສືບຕໍ່ຍຶດໜັ້ນ​ນະ​ໂຍບາຍ​ປະ​ເທດ​ຈີນ​ດຽວຢ່າງ​ເດັດດ່ຽວ, ຍິນ​ດີ​​ເພີ່ມ​ທະວີ​ການ​​ແລກປ່ຽນ​ແລະ​ຮ່ວມ​ມືຮອບດ້ານ​ໃນ​ຫຼາຍຂົງ​ເຂດ​ກັບ​ຈີນຕື່ມ​ອີກ, ​ໃຊ້​ທ່າ​ທີ​ຕັ້ງໜ້າ ​​ແລະໄຂ​ປະຕູ​ໃນ​ການຂະຫຍາຍການຮ່ວມ​ມື​ດ້ານເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ.