ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-01 14:06:46    
ທ່ານ​ເຈຍ​ຊິ້ງ​ລິນ​ກ່າວ​ວ່າ​ມີ​ແຕ່​ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ລະ​ບອບ​ເຂດ​ຊົນ​ເຜົ່າ​ປົກ​ຄອງ​ຕົນ​ເອງ​ຈຶ່ງ​ສາ​ມາດ​ຮັກ​ສາ​ຜົນ​ປະ​ໂຫຍດ​ກົກ​ຮາກ​ຂອງ​ປະ​ຊາ​ຊົນ​ເຂດ​ຕິ​ເບດ​ໃຫ້​ດີ

cri Author: li

ຕາມ​ຂ່າວ CRI: ວັນ​ທີ 1 ກັນຍາ ຢູ່​ລາຊາ ​ເທສະ​ບານ​ເຂດ​ຕິ​ເບ​ດ​ໄດ້​ໄຂ​ກອງ​ປະຊຸມ​ສະຫຼອງ​ວັນ​ສ້າງຕັ້ງ​ເຂດ​ຕິ​ເບດ​ປົກຄອງ​ຕົນ​ເອງ​ຂອງ​ຈີນ​ຄົບຮອບ 40 ປີ. ​ໃນ​ກອງ​ປະຊຸມ ທ່ານ​ເຈຍ​ຊິ້ງລິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ມີ​ແຕ່​ຍຶດໝັ້ນ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ​ແລະ​ລະບອບ​ເຂດ​ຊົນ​ເຜົ່າ​ປົກຄອງ​ຕົນ​ເອງ​ຈຶ່ງ​ສາມາດ​ຮັກສາ​ຜົນ​ປະ​ໂຫຍດ​ກົກ​ຮາກ​ຂອງ​ປະຊາຊົນ​​ເຂດຕິ​ເບດ​ໃຫ້​ດີ.


ທ່ານ​ເຈຍ​ຊິ້ງລິນ​ເວົ້າວ່າ,ຜົນສຳ​ເລັດ​ຂອງ​ເຂດ​ຕິ​ເບ​ດປົກຄອງ​ຕົນ​ເອງ​ພາຍຫຼັງ​ສ້າງຕັ້ງ​ຂຶ້ນ 40 ປີ​ມາ​ນີ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ,ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ​ແມ່ນ​ສິ່ງ​ຮັບປະກັນ​ພື້ນຖານ​ໃຫ້​ເຂດ​ຕິ​ເບດ​ພັດທະນາ​ກ້າວໜ້າ,​ລະບອບ​ເຂດ​ຊົນ​ເຜົ່າ​ປົກຄອງ​ຕົນ​ເອງ​ແມ່ນ​ລະບອບ​ທີ່​ຮັບປະກັນ​ໃຫ້​ປະຊາຊົນ​ເຂດ​ຕິ​ເບດ​ເປັນ​ເຈົ້າບ້ານ​ຄອງ​ເມືອງ.


ທ່ານ​ເຈຍ​ຊິ້ງລິນ​ກ່າວ​ເນັ້ນວ່າ,​ການເພີ່ມ​ທະວີ​ຄວາມ​ສາມັກຄີ​ລະຫວ່າງ​ຊົນ​ເຜົ່າ,​ຮັກສາ​ຄວາມ​ເປັນ​ເອກະ​ພາບ​ຂອງ​ປະ​ເທດ​ຊາດ​ແມ່ນ​ຜົນ​ປະ​ໂຫຍ​ດກົກ​ຮາກ​ຂອງ​ປະຊາຊົນ​ບັນດາ​ເຜົ່າຢູ່​ເຂດຕິ​ເບດ. ຕ້ອງ​ຍຶດໝັ້ນ​ແລະ​ປົວ​ແປງ​ລະບອບ​ເຂດ​ຊົນ​ເຜົ່າ​ປົກຄອງ​ຕົນ​ເອງ​ຕື່ມ​ອີກ,ປັບປຸງ​ແລະ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຊົນ​ເຜົ່າ​ທີ່​ສະ​ເໝີ​ພາບ,ສາມັກຄີ​ແລະ​ກົມກຽວ​ກັນ,​ຮັກສາ​ຄວາມ​ເປັນ​ເອກະ​ພາບ​ຂອງ​ປະ​ເທດ​ຊາດ,​ປະກອບ​ສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດທະນາ​ແລະ​ປັບປຸງ​ວົງ​ຄະນາ​ຍາດ​ຫຼາຍຊົນ​ເຜົ່າ​ຂອງ​ຈີນ​ໃຫ້​ໝັ້ນຄົງ.

1  2  3  4  5