ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-01 20:41:12    
ຜູ້ນຳ​ຍີ່​ປຸ່ນ​ໄປ​ນະ​ມັດ​ສະ​ການ​ວັດ​ຢາ​ຊື​ຄູ​ນີ​ແມ່ນ​ມູນ​ເຫດ​ທີ່​​ເຮັດ​ໃຫ້​ການ​ພົວ​ພັນ​ຈີນ​ຍີ່​ປຸ່ນ​ມີ​ບັນ​ຫາ​ໃນ​ປັດ​ຈຸ​ບັນ

cri Author: li
ຕາມ​ຂ່າວ CRI: ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​​ຂຶ້ນ​ເປັນ​ປະຈຳ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 1 ກັນຍາ ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ລື້​ມວ່າ,ຜູ້ນຳ​ຍີ່​ປຸ່ນ​ໄປ​ນະມັດ​ສະການ​ວັດ​ຢາ​ຊືຄູ​ນີທີ່​ຕັ້ງປ້າຍ​ອາ​ຊະ​ຍາ​ກອນ​ສົງຄາມ​ຂັ້ນກ.​ໃນສົງຄາມ​ໂລກ​ຄັ້ງທີ​ສອງ​ນັ້ນ​ແມ່ນ​ມູນ​​ເຫດ​ສຳຄັນ​ທີ່​​ເຮັດ​ໃຫ້ການ​ພົວພັນ​ຈີນ​ຍີ່​ປຸ່ນ​​ມີ​ບັນຫາ​ໃນ​ປັດຈຸບັນ.

ຂ່າວ​ແຈ້ງວ່າ,ຫວ່າງ​ມໍ່ໆ​ນີ້ ທ່ານ​ໂຄ​ອີ​ຈູ​ມີ ຈູ​ນີຊີ​ໂລ ນາຍົກ​ລັດຖະ​ມົນຕີ​ຍີ່​ປຸ່ນ​​ແຍ້ມ​ໃຫ້​ຮູ້​ວ່າພາຍ​ໃນ​ປີ​ນີ້​ເຂົາ​ຍັງ​ຈະ​ໄປ​ນະມັດ​ສະການ​ວັດ​ຢາ​ຊືຄູ​ນີ.

ນອກ​ນີ້ ມີ​ນັກ​ຂ່າວ​ຖາມ​ວ່າ,ຝ່າຍ​ຈີນ​ມີ​ຫຼັກໝັ້ນ​ແນວ​ໃດຕໍ່​ການ​ເລືອກ​ຕັ້ງ​ສະພາ​ຕ່ຳ​ຂອງ​ຍີ່​ປຸ່ນທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້,ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ການ​ເລືອກ​ຕັ້ງ​ສະພາ​ຕ່ຳ​ຂອງ​ຍີ່​ປຸ່ນ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຍີ່​ປຸ່ນ,ຝ່າຍ​ຈີນ​ບໍ່ຫ່ອນ​ຈະ​ແຊກ​ແຊງ. ຝ່າຍ​ຈີນ​ຫວັງ​ວ່າ,ບໍ່​ວ່າ​ຜົນ​ການ​ເລືອກ​ຕັ້ງ​ຂອງ​ຍີ່​ປຸ່ນຈະ​ເປັນ​ແນວ​ໃດ,ການ​ພົວພັນ​ຈີນ​ຍີ່​ປຸ່ນ​ລ້ວນ​ແຕ່​ສາມາດ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ແລະ​ຂະຫຍາຍຕົວ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ນ້ຳ​ໃຈ​ຖື​ປະຫວັດສາດ​ເປັນ​ແວ່ນ​ແຍງ​ແລະ​ອວ່າຍໜ້າ​ໄປ​ສູ່​ອະນາຄົດ.