ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-01 20:49:28    
ຈີນ​ມີ​ເຈດ​ຈຳນົງ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ຊາດ​ປ້ອງ​ກັນ​ການ​ແຜ່​ຂະ​ຫຍາຍ​ອາ​ວຸດ​ຕ້ອງ​ດຳ​ເນີນ​ໄປ​ໃນ​ຂອບ​ກົດ​ໜາຍ​ສາ​ກົນ.

cri
ຕາມ​ຂ່າວCRI ,ວັນ​ທີ1 ກັນຍາ ທ່ານ​ຈາງອຽນ ຫົວ​ໜ້າ​ກົມ​ຄວບ​ຄຸມ​ກຳລັງ​ລົບ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ໃນງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ວ່າ ຈີນ​ມີ​ເຈດ​ຈຳນົງວ່າ ການ​ຮ່ວມ​ມືລະ​ຫວ່າງ​ຊາດ​ປ້ອງ​ກັນ​ການ​ແຜ່​ຂະຫຍາຍ​ອາວຸດ​ຕ້ອງ​ດຳ​ເນີນ​ໄປ​ໃນ​ຂອບ​ກົດ​ໜາຍ​ລະຫວ່າງ​ຊາດ.

ທ່ານ​ຈາງອຽນແມ່ນ​ກ່າວ​ຄວາມ​ນີ້​​ໃນ​​ເວລາ​ຕອບ​ຄຳຖາມ​ຂອງ​ນັກ​ຂ່າວ​ທີ່​ວ່າ​, ເປັນ​ຫຍັງ​ຈີນ​ຈຶ່ງບໍ່​ໄດ້​ເຂົ້າ​ຮ່ວມຂໍ້​ລິ​ເລີ່​ມປ້ອງ​ກັນ​ການແຜ່​​ຂະ ຫຍາຍ​ອາວຸດ​ເພື່ອ​ຄວາມ​ປອດ​ໄພ

ທ່ານ​ຈາງ​ເຢນກ່າວ​ວ່າ ຈີນ​ກໍ​ຄື​ກັນ​ກັບ​ສະມາຊິກ​ສ່ວນ​ຫຼາຍ​ຂອງ​ປະຊາ​ຄົມ​ໂລກ,​ເອົາ​ໃຈ​ໃສ່​ນຳ​ຄວາມ​ຊອບ​ກົດ​ໝາຍ​ຂອງ​ຂໍ້​ລິ​ເລີ່​ມດັ່ງ​ກ່າວ​ທີ່​ໃຊ້ມາ​ດຕະ ການ​ລັດ​ສະກັດ​ຢູ່​ນອກ​ຂອບ​ກົດ​ໜາຍ​ສາກົນ. ນີ້​ກໍ່​ແມ່ນ​ມູນ​ເຫດສຳ​ຄັນ​ທີ່​ຈີນ​ຍັງບໍ່​ໄດ້​ເຂົ້າ​ຮ່ວມຂໍ້​ລິ​​ເລີ່​ມຈົນ​ຮອດ​ດຽວນີ້. ຝ່າຍ​ຈີນ​ຫວັງ​​ໃຫ້​ປະ​ເທດ​ທີ່​ເຂົ້າ​ຮ່ວມຂໍ້​ລິ​​ເລີ່ມພີ​ຈາລະ​ນາ​ບັນຫາ​ນີ້ຢ່າງ​ຕັ້ງ​ໜ້າ​ແລະ​ດຳ​ເນີນ​ງານ​ຢ່າງ​ລະມັດ ລະວັງ.