ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-06 13:15:57    
ເຈົ້າ​ຊິ​ວິດ​ມາ​ລົກ​ພົບ​ປະ​ທ່ານ​ອູ​ປາງ​ກົວ

cri

ຕາມ​ຂ່າວcri:ວັນ​ທີ5​ກັນຍາ​ເວລາ​ທ້ອງ​ຖິ່ນ,ສົມ​ເດັດ​ມູຫາມ​ດີ​ລັດຊະການ​ທີ6​ເຈົ້າ​ຊີວິດ​ມາ​ລົກ​​ໄດ້​ພົບປະ​ທ່ານ​ອູ​ປາງ​ກົວ​ປະທານ​ຄະນະ​ປະ​ຈຳສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​​ພວມ​ຢ້ຽມຢາມ​ມາ​ລົກ​ຢູ່​ທີ່​ພະລາດ​ຊະ​ວັງ​ມາລາ​ຄາ​ສ.


ໃນ​ເວລາ​ການ​ພົບ​ປະ,ທ່ານ​ອູ​ປາງ​ກົວ​ຕັ້ງ​ໜ້າ​ຕີ​ລາ​ຄາ​ການ​ພົວ​ພັນ​ຈີນ​ມາ​ລົກ,​ແລະ​ແຈ້ງ​ສະພາບ​ແລ​ະ​ແນວ​ຄວາມ​ຄິດ​ກ່ຽວ​ກັບເວທີ​ປາ​ໄສ​ການ​ຮ່ວມ​ມື​ຈີນ​ອາ​​ແລະ​ກັບ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ຈີນ​ອາ​ຟຼິກາ​​ຕໍ່​ສົມເດັດ​ມູ​ຫາມ​ດີ​ລັດຊະການ​ທີ6.ສົມເດັດ​ມູຫາມ​ດີ​ລັດຊະ​ການ​ທີ​6​ສະ​ແດງ​ຄວາມ​ຍ້ອງຍໍ​ແລະ​ສະ​ໜັບ​ສະ​ໜູນ​ເລື່ອງນີ້,​ແລະ​ກ່າວ​ວ່າ,ລັດຖະ​ບານ​ມາ​ລົກ​ຈະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ຂອງ​​ສອງເວ​ທີ​ປາ​ໄສ​.


ມື້​ດຽວ​ກັນ,ທ່າ​ນອູ​ປາງ​ກົວ​ຍັງ​ໄດ້​ພົບ​ປະ​ທ່ານ​ເຈ​ທໍ​ນາ​ຍົກ​ລັດ​ຖະ​ມົນຕີ​ມາ​ລົກ​​ແລະ​ແຍກ​ກັນ​ພົບ​ປະ​ເຈລະ​ຈາ​ກັບປະ​ທານ​ສະ​ພາ​ສູງ​ແລະ​ສະ​ພາ​ຕ່ຳ​ມາ​ລົກ.