ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-06 20:54:04    
ຝ່າຍ​ຈີນ​ສະໜັບສະໜູນ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​​ເຈ​ລະ​ຈາ​ກັບ​ອີຣານ​​ເພື່ອ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ຂອງ​ອີ​ຣານ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 6 ກັນຍາ, ​ໃນ​ງານ​ຖະ​ແຫລ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ສິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ມີ​ເຈດ​ຈຳນົງ​ໂດຍ​ຕະຫລອດ​ໃຫ້​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​ອີຣານຢ່າງ​​ເໝາະ​ສົມ​ພາຍ​ໃນ​ຂອບ​ອົງການ​ພະລັງງານ​ປະລະມານູ​ສາກົນ, ຝ່າຍ​ຈີນ​ສະໜັບສະໜູນ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​​ເຈລະຈາກັບ​ອີຣານ​ເພື່ອສະ​ແຫວ​ງຫາ​ວິທີ​ແກ້​ໄຂ​ຖາວອນ.

ໃນເວລາຕອບບັນຫາຂອງນັກຂ່າວ, ທ່ານສິນກ່າງກ່າວວ່າ, ຝ່າຍຈີນເຫັນວ່າ, ເຮັດແນວນີ້ແມ່ນສອດຄ່ອງກັບຜົນປະໂຫຍດກົກຮາກຂອງບັນດາຝ່າຍທີ່ກ່ຽວຂ້ອງ, ​ແລະກໍມີຜົນດີຕໍ່ສັນຕິພາບແລະສະຖຽນລະພາບຂອງພາກພື້ນດັ່ງກ່າວ. ປັດຈຸບັນ, ສະຫະພາບເອີລົບແລະອີຣານຍັງຄົງມີຄວາມເຫັນຂັດກັນບາງຍ່າງໃນບັນຫາກ່ຽວ​ຂ້ອງ, ຝ່າຍຈີນຫວັງໃຫ້ສອງຝ່າຍ​ເບິ່ງ​ໄປ​ທາງ​ໄກ, ຮັກສາ​ຄວາມ​ອົດ​ກັ້ນໄວ້, ​ເຈລະຈາ​ເພື່ອ​ຕາບ​ຈູ​ນຄວາມ​ເຫັນ​ຂັດ​ກັນ​ດ້ວຍ​ຄວາມ​ອົດທົນ ​ຕິດ​ແທດ​ຕົວ​ຈິງ​ແລະ​ຄ່ອງ​ແຄ້ວ, ​ໃນ​ທີ່​ສຸດ, ກ້າວ​ເຖິງ​ຂັ້ນຕົກລົງ​ແຜນການ​ແກ້​ໄຂ​ທີ່​ບັນດາ​ຝ່າຍ​​ຮັບ​ເອົາ​ໄດ້.