ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-07 13:11:53    
ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຍີ່​ປຸ່ນ​ຈີນ​ກ່າວ​ວ່າ​ສົງ​ຄາມ​ຮຸກ​ຮານ​ແມ່ນ​ມໍ​ລະ​ດົກ​ທາງ​ລົບ​ຂອງ​ຍີ່​ປຸ່ນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ6​ກັນຍາ,​​ໃນ​ເວລາ​ທ່ານ​ອີ​ຄູ​ໂອ ຮີຣາ​ຢາ​ມາ​ປະ​ທານ​ສະ​ມາຄົມ​ມິດຕະ​ພາບ​ຍີ່​ປຸ່ນຈີນ​​ຢ້ຽມ​ຢາມ​ຫໍພິ​ພິທະ​ພັນ​ລະ​ລຶກພີ່​ນ້ອງ​ຮ່ວມ​ຊາດ​ທີ່​ປະສົບ​ເຄາະ​ຮ້າຍໃນ​ການ​ສັງ​ຫານ​​ໂຫດ​ນານ​ກິ່ງ​ຂອງ​ກອງ​ທະ​ຫານ​ຍີ່​ປຸ່ນ​ທີ່​ຮຸກ​ຮານ​ຈີນ,ທ່ານ​ກ່າວ​ວ່າ,ສົງ​ຄາມ​ຮຸກ​ຮານ​ພາຍ​ນອກ​ໃນ​ສັດ​ຕະ​ວັດ​ແລ້ວ​ນີ້​ຂອງ​ຍີ່​ປຸ່ນລວມ​ທັງ​ສົງ​ຄາມ​ຮຸກ​ຮານ​ຈີນ​,​ແມ່ນ​ມໍ​ລະ​ດົກ​ທາງ​ລົບ​ຂອງ​ຍີ່​ປຸ່ນ.


ວັນ​ທີ13​ທັນວາ​ປີ1937,ກອງ​ທະ​ຫານຍີ່​ປຸ່ນທີ່​ຮຸກ​ຮານ​ຈີນ​ໄດ້​ຍຶດ​ເອົາ​ເມືອງນານ​ກິ່ງ​​ນະຄອນ​ຫຼວງ​ຂອງ​ຈີນ​​ໃນ​ຄາວ​ນັ້ນ,​ແລ້ວ​​ໄດ້​ດຳ​ເນີນ​ການສັງ​ຫານ​ໂຫດ​ຕໍ່​ປະ​ຊາຊົນ​ຈີນ​ແລະ​ທະ​ຫານ​ຈີນ​ທີ່​ວາງ​ອາ​ວຸດ​ແລ້ວ​ນັ້ນ​ຢູ່​ໃນ​ເມືອງ​,ຄົນ​ຈີນ​ປະມານ3​ແສນ​ຄົນ​​ເສຍ​ຊີ​ວິດ.​ໃນ​ຫຼາຍ​ປີ​​ມາ​ນີ້,ອິດ​ທິ​ກຳ​ລັງ​ປີກ​ຂວາ​ຂອງ​ຍີ່​ປຸ່ນ​ພັດ​ພະ​ຍາ​ຍາມ​ສຸດ​ຂີດ​ບິດ​ເບືອນ​ປະ​ຫວັດ​ການ​ຮຸກ​ຮານ,ປະ​ຕິ​ເສດບໍ່​ຮັບ​ຮອງ​ການ​​ສັງ​ຫານ​​ໂຫດ​ນານ​ກິ່ງ.


ທ່າ​ນອີ​ຄູ​ໂອ ຮີຣາ​ຢາ​ມາ​ກ່າວ​ວ່າ,​ເພື່ອ​ບໍ່​ໃຫ້​ໂສກ​ນາດ​ຕະ​ກຳ​​ໃນ​ເມື່ອ​ກ່ອນ​ເກີດ​ຂຶ້ນ​ອີກ,ພວກ​ເຮົາ​ຕ້ອງ​ບອກ​ຄວາມ​ຈິງ​​ໃນປະ​ຫວັດ​ສາດ​ໃຫ້​​ຄົນ​ຮຸ່ນ​ຫຼັງ​ຂອງ​ສອງ​ປະ​ເທດ​ຮູ້,​​ໃຫ້​ຈີນ​ຍີ່​ປຸ່ນມີ​ສັນ​ຕິ​ພາບ​ແລະ​ມິດ​ຕະ​ພາບ​ຕໍ່​ກັນ​ທຸກ​ເຊັ່ນ​ຄົນ.