ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-07 18:15:38    
ສອງ​ຝັ່ງ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກນິກ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 7 ກັນຍາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ລີ​ປິງ​ໄຊ ຮອງ​ຫົວໜ້າ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ຄະນະ​ລັດຖະບານ​ຈີນ​ກ່າວ​ວ່າ, ສອງ​ຝັ່ງ​ຊ່ອງ​ແຄບຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມືກັນ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກນິກ.

ທ່ານ​ລີ​ປິງ​ໄຊ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະຄະນະ​ຢ້ຽມຢາມ​ແລກປ່ຽນ​ວິທະຍາສາດ​ເຕັກນິກ​ສອງ​ຝັ່ງປີ 2005 ທີ່​ນຳ​ໂດຍ​ທ່ານ​ນາງ​ລີ​ຢົງ​ພິງ ບຸກຄົນຜູ້ມີ​ຊື່​ສຽງ​ຂອງ​ພັກ​ຊິນ​ມີນ.
ທ່ານ​ກ່າວ​ວ່າ, ການ​ແລກປ່ຽນ​ແລະ​ຮ່ວມ​ມືດ້ານ​ວິທະຍາສາດ​ເຕັກນິກ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​ມີ​ພື້ນຖານ​ອັນ​ກວ້າງຂວາງ, ວົງ​ການ​ວິທະຍາສາດ​ເຕັກນິກ​ຂອງ​ສອງ​ຝັ່ງ​ຄວນ​ອຸ້ມ​ຊູເຊິ່ງກັນ​ແລະ​ກັນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ກັນ, ​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັນ.