ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-09 19:32:42    
ງານ​ເອັສ໌​ໂປ​ຈີນ​ອາ​ຊຽນ​ຄັ້ງ​ທີ​ສອງ​ພະ​ຍາ​ຍາມ​ຍົກ​ປະ​ສິດ​ທິ​ຜົນ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ງານ​ເອັສ໌​ໂປ​ໃຫ້​ສູງ​ຂຶ້ນ

cri Author: MO
ຕາມ​ຂ່າວຈາກ​ໜັງສືພິມ​ກວາງຊີ​ຢື້​ປ້າວ: ວັນ​ທີ 9 ກັນຍາ, ນັກ​ຂ່າວ​ໄດ້​ຊາບ​ຈາກ​ສຳນັກງານ​ເລຂາຂອງ​ງານເອັສ໌​ໂປຈີນ​ອາ​ຊຽນວ່າ, ງານເອັສ໌​ໂປ​ຈີນ​ອາຊຽນຄັ້ງທີ 2 ຈະ​ເອົາການ​ປະກອບ​ຄູ່​ຂາການ​ຄ້າ​ແລະ​ຊ່ອຍ​ຈັດ​ໂຄງການ​ເປັນ​ວຽກ​ງານ​ຈຸດ​ໜັກ​ຂອງ​ງານເອັສ໌​ໂປ​ເທື່ອນີ້.

ຕາມ​ຊາບ​ວ່າ, ​ເພື່ອ​ຈັດ​ງານ​ເອັສ໌​ໂປຈີນ​ອາຊຽນຄັ້ງທີ​ສອງ​ໃຫ້​ດີ​, ປີ​ນີ້, ງານເອັສ໌​ໂປຈະເຊີນ​ຜູ້​ຊົມວິຊາສະ​ເພາະມາ​ຮ່ວມ​ຫລາຍ​ກວ່າ​​ເກົ່າ, ​ເອົາການ​ປະກອບຄູ່​ຂາ​ການ​ຄ້າແລະ​ຊ່ອຍ​ຈັດ​ໂຄງການ​ເປັນ​ວຽກ​ງານ​ຈຸດ​ໜັກ​, ​ໃຊ້​ຫລາຍຮູບ​ການ​ເຊີນ​ນັກທຸລະກິດ​ທີ່ຈັດ​ຊື້ຂອງ ລົງທຶນ ​ແລະ​ນັກທຸລະກິດ​ບໍລິການ​ມາ​ຮ່ວມ​ງານ​ສັງ​ສັນ​ຈັດ​ຊື້​ຂອງໃນງານ​. ນອກ​ນີ້, ງານເອັສ໌​ໂປ​ຈີນ​ອາຊຽນຄັ້ງທີ 2 ຍັງ​​ໄດ້ສ້າງສາ​ງຂໍ້​ມູນ​ຂອງ​ນັກທຸລະກິດ​ແລະ​ສາງ​ຂໍ້​ມູນ​ຂອງ​ໂຄງການ​ລົງທຶນ, ​​ໂຮມ​ເອົາໂຄງການ​ຮ່ວມ​ມື​ລົງທຶນຂອງພາຍ​ໃນ​ປະ​ເທດ​ຈີນ​ແລະ​ປະ​ເທດ​ອາຊຽນ. ຕັ້ງໜ້າ​ດຳ​ເນີນ​ການ​ປະກອບ​ຄູ່​ຂາການ​ຄ້າ​ແລະ​ການປະກອບໂຄງການ​ແລະ​ການລົງທຶນ​ກ່ອນ​ງານ​ວາງສະ​ແດງ, ພະຍາຍາມ​ຍົກ​ປະສິດທິ​ຜົນ​ເສດຖະກິດ​ການ​ຄ້າ​ຂອງ​ງານເອັສ໌​ໂປໃຫ້​ສູງ​ຂຶ້ນ.